spot_img
Homeຂ່າວພາຍ​ໃນ4 ທີມສຸດທ້າຍບານໂລກ 2018 ແລະ ໂປຣແກຣມການແຂ່ງຂັນ

4 ທີມສຸດທ້າຍບານໂລກ 2018 ແລະ ໂປຣແກຣມການແຂ່ງຂັນ

Published on

ການແຂ່ງຂັນບານໂລກ 2018 ເດີນທາງມາຮອບຮອງຊະນະເລີດແລ້ວ ໂດຍເຫຼືອພຽງ 4 ທີມສຸດທ້າຍເທົ່ານັ້ນ ເປັນການພົບກັນລະຫວ່າງ ຝຣັ່ງ ກັບ ເບລຢຽມ ແລະ ຄູ່ທີສອງລະຫວ່າງ ໂຄຣເອເຊຍ ພົບກັບ ອັງກິດ

ຖືເປັນເລື່ອງເກີດຄາດບໍ່ໜ້ອຍເມື່ອມີ 2 ທີມນ້ອງໃໝ່ຜ່ານເຂົ້າຮອບມາຮອດຮອບ 4 ທີມ ຢ່າງ ເບລຢຽມ ແລະ ໂຄຣເອເຊຍ ເພາະທີມໃຫຍ່ໆທີ່ຫຼາຍຄົນຄາດຫວັງໄວ້ຕ່າງຕົກເຮ່ຍກັບບ້ານກ່ອນໄປຕາມໆກັນ

ສ່ວນຝຣັ່ງ ແລະ ອັງກິດ ທີ່ຮ່າງຈາກການເປັນແຊັ້ມມາເປັນເວລາດົນນານໃນປີນີ້ພວກເຂົາຈະສາມາດຄວ້າແຊັ້ມໄດ້ຫຼືບໍ່ ແມ່ນຕ້ອງມາລຸ້ນກັນ ເຊິ່ງຝຣັ່ງເຄີຍໄດ້ແຊັ້ມບານໂລກຄັ້ງສຸດທ້າຍຄືປີ 1998 ຫຼື 20ປີຜ່ານມາ ສ່ວນອັງກິດແມ່ນໄດ້ແຊັມບານໂລກເມື່ອປີ 1966 ຫຼື 52ປີຜ່ານມາ

ໂປຣແກຣມການແຂ່ງຂັນຮອບຮອງຊະນະເລີດ ບານໂລກ 2018

ວັນທີ 10 ກໍລະກົດ 2018, ເວລາ: 01.00 ໂມງ “ຝຣັ່ງ” ພົບ “ເບລຢຽມ”

ວັນທີ 11 ກໍລະກົດ 2018, ເວລາ: 01:00 ໂມງ “ໂຄຣເອເຊຍ” ພົບ “ອັງກິດ”

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...