spot_img
Home​ຂ່າວບັນເທິງຄົ້ນຫາສາວລາວທົ່ວປະເທດ! ກັບການປະກວດ Miss Universe Laos 2018

ຄົ້ນຫາສາວລາວທົ່ວປະເທດ! ກັບການປະກວດ Miss Universe Laos 2018

Published on

ເປັນປີທີສອງແລ້ວສຳລັບເວທີ Miss Universe Laos 2018 ໄດ້ເປີດຮັບສະໝັກສາວງາມທົ່ວປະເທດ ຫຼາສຸດເມື່ອວັນທີ 12 ມິຖຸນາ 2018 ສາວອາເລັກຊານດຣ້າ ບຸນຊ່ວຍ ຜູ້ອໍານວຍການ Miss Universe Laos ໄດ້ໂພສແຈ້ງທາງທາງເຟສບຸກສ່ວນຕົວທີ່ມີຊື່ວ່າ “Alexandra Bounxouei – ອາເລັກຊານດຼາ ບຸນຊ່ວຍ”  ວ່າປັດຈຸບັນທາງກອງປະກວດກຳລັງກະກຽມຄົ້ນຫາສາວງາມເພື່ອເຂົ້າປະກວດ Miss Universe Laos 2018 ທີ່ຈະເປັນຕົວແທນຂອງປະເທດລາວ ໄປເຜີຍແຜ່ຊື່ສຽງເອກະລັກ ວັດທະນະທໍາຄວາມເປັນລາວ ສູ່ການປະກວດ Miss Universe 2018 ໃນປະເທດຈີນ

ທາງກອງປະກວດຈະອອກກິດຈະກໍາ Roadshow ປະຊາສໍາພັນຮັບສະໝັກສາວງາມທົ່ວປະເທດ ໂດຍເລີ່ມຈາກພາກເໜືອ 7 ກໍລະກົດ 2018 ທີ່ ນະຄອນຫຼວງພະບາງ, ພາກໃຕ້ 14 ກໍລະກົດ 2018 ນະຄອນປາກເຊ ແລະ ພາກກາງ 21 ກໍລະກົດ 2018 ທີ່ ນະຄອນຫຼວງວຽງຈັນ.

ຫາກສາວງາມທ່ານໃດສົນໃຈຢາກເຂົ້າຮ່ວມເປັນສ່ວນໜຶ່ງໃນການປະກວດ ສາມາດຕິດຕໍ່ໄປທີ່ ເຟສບຸ໊ກເພສ Miss Universe Laos ມີສຢູນີເວີຣສ ລາວ.

 

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...