spot_img
Homeຂ່າວຕ່າງປະເທດສະເປນຮັບເອງ! ເຮືອຜູ້ອົບພະຍົບ 629 ຄົນ ລອຍລ່ອງກາງທະເລ ພາຍຫລັງອີຕາລີ-ມອລຕາ ເມີນເຊີຍ.

ສະເປນຮັບເອງ! ເຮືອຜູ້ອົບພະຍົບ 629 ຄົນ ລອຍລ່ອງກາງທະເລ ພາຍຫລັງອີຕາລີ-ມອລຕາ ເມີນເຊີຍ.

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ນາຍົກລັດຖະມົນຕີສະເປນ, ເປໂດຣ ຊານເຊສ໌ ປະກາດຈະໃຫ້ເຮືອ ອະຄົວລຽດສ໌ ຊື່ງບັນທຸກຜູ້ລີ້ໄພ 629 ຄົນ ເຂົ້າຈອດທຽບທ່າຢ່າງປອດໄພໄດ້ທີ່ເມືອງ ບາເລນເຊຍ ຫລັງຈາກເຮືອລຳນີ້ລອຍຢູ່ກາງທະເລເມດິຕາເລນຽນ ມາຫລາຍມື້ ເພາະທາງການອີຕາລີ ແລະ ມອລຕາ ປະຕິເສດບໍ່ໃຫ້ເຮືອເຂົ້າທຽບທ່າໃນປະເທດຂອງພວກເຂົາ.

 

ທັງນີ້ ເຮືອອະຄົວລຽດສ໌ ຮັບຜູ້ລີ້ໄພຊື່ງຮວມທັງເດັກໄວຫນຸ່ມຈຳນວນກວ່າ 123 ຄົນ ຂື້ນມາຈາກເຮືອຢາງຫລາຍລຳນອກຊາຍຝັ່ງປະເທດລີເບຍ ໃນປະຕິບັດການຊ່ວຍເຫລືອ 6 ເທື່ອຊ່ວງທ້າຍອາທິດທີ່ຜ່ານມາ ແຕ່ປະເທດອີຕາລີປະຕິເສດບໍ່ໃຫ້ເຮືອລຳນີ້ເຂົ້າທຽບທ່າ ໂດຍລັດຖະມົນຕີວ່າການກະຊວງປ້ອງກັນປະເທດອ້າງວ່າ ບໍ່ຕ້ອງການປ່ຽນໃຫ້ອີຕາລີ ກາຍເປັນສູນອົບພະຍົບຂະຫນາດໃຫຍ່ ຂະນະທີ່ມອລຕາລະບຸວ່າ ເລື່ອງນີ້ແມ່ນຢູ່ໃນຄວາມຮັບຜິດຊອບຂອງອີຕາລີ.

ຢ່າງໃດກໍຕາມ ຊານເຊສ ຜູ້ຊື່ງຫາກໍໄດ້ຮັບຕຳແຫນ່ງນາຍົກສະເປນເມື່ອອາທິດທີ່ແລ້ວ ລະບຸວ່າ ເຂົາຈະຊ່ວຍຜູ້ອົບພະຍົບເພື່ອຫລີກລ້ຽງຄວາມວຸ່ນວາຍທາງດ້ານມະນຸດສະທຳ ເປັນຫນ້າທີ່ຂອງເຮົາທີ່ຈະຊ່ວຍບໍ່ໃຫ້ເກີດຄວາມວຸ່ນວາຍທາງມະນຸດສະທຳ ແລະ ມອບທ່າຈອດເຮືອທີ່ປອດໄພແກ່ຄົນເຫລົ່ານີ້ ເພື່ອເຮັດຕາມພັນທະສັນຍາດ້ານສິດທິມະນຸດຂອງເຮົາ.

 

 

 

ແຫລ່ງຂ່າວຕ່າງປະເທດ: TRN

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...