spot_img
HomeBaby-ແມ່ແລະເດັກເຄັດລັບວິທີຮັບມືກັບພິດຕິກຳກິນອາຫານຢາກຂອງລູກນ້ອຍ

ເຄັດລັບວິທີຮັບມືກັບພິດຕິກຳກິນອາຫານຢາກຂອງລູກນ້ອຍ

Published on

3

ບັນຫາ​ທີ່​ພົບ​ໄດ້​ໃນ​ເດັກ​ນ້ອຍທົ່ວ​ໄປ​ ແລະ ​ພົບຢູ່​ເລື້ອຍ​ໃນ​ເດັກ​ອາ​ຍຸ 1-3ປີ ມີພຶດຕິກຳ​ການ​ກິນທີ່ແຕກຕ່າງກັນບໍ່ວ່າຈະເປັນ: ກິນ​ແຕ່​ຂະໝົມ, ອົມ​ເຂົ້າ, ເລືອກ​ກິນ, ເຂຍ​ອາ​ຫານ, ກິນ​ນ້ອຍ ກິນ​ຊ້າ ​ພໍ່​​ແມ່​​ຕ້ອງ​ເພີ່ມ​ຄວາມ​ໃສ່​ໃຈ​ໃນ​ທ່າ​ທີ​ເຫລົ່າ​ນີ້​ເປັນ​ພິເສດ ແນະ​ນຳ​ໃຫ້​ປັບ​ປ່ຽນ​ພຶດຕິກຳ​ການ​ກິນ​ຂອງ​ລູກ​ ແລ ​ຄວນ​ໃຫ້​ການ​ເບິ່ງແຍງ​ເລື່ອງ​ ໂພດ​ນາ​ການ​ຂອງ​ລູກ​ເປັນ​ພິເສດ ເພື່ອ​ປ້ອງ​ກັນ​ການ​ເກີດ​ບັນຫາ​ພາ​ວະ​ໂພສະ​ນາ​ການ​ບໍ່​ສົມ​ດຸນ ຊຶ່ງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພັດທະນາ​ການ 3 ດ້ານ ອັນ​ໄດ້​ແກ່ ຄວາມ​ສະ​ຫລາດ, ພູ​ມ​ຄຸ້ມ​ກັນ ແລະ ​ການ​ເຕີບໂຕ​ຂອງ​ລູກ​  ເຄັດ​ລັບ​ວິທີ​ຮັບ​ມື​ພຶດຕິກຳ​ກິນ​ຍາກ​ຂອງ​ລູກ ຕ້ອງ​ເລີ່ມ​ຕົ້ນ​ທີ່​ການ​ຝຶກ​ພຶດຕິກຳ​ການ​ກິນ​ຂອງ​ລູກ​ໃຫ້​ຖືກ​ຕ້ອງ ຊຶ່ງ​ພໍ່​ແມ່​ສາມາດ​ນຳ6 ເທັກ​ນິກ​ວິທີ​ການ​ແກ້​ໄຂ​ພຶດຕິກຳ​ການ​ກິນ​

1. ​ພໍ່​ແມ່​ຕ້ອງ​ເປັນ​ແບບ​ຢ່າງ​ທີ່​ດີ ເພາະລູກໆມັກ​ມີ​ພຶດຕິກຳ​ລຽນ​ແບບ​ຜູ້ໃຫຍ່ ການ​ນັ່ງ​ຮັບປະທານ​ອາຫານ​ພ້ອມ​ລູກ​ນ້ອຍ​ ແລະ ​ການ​ເປັນ​ຕົ້ນ​ແບບ​ຂອງ​ພຶດຕິກຳ​ການ​ກິນ​ທີ່​ດີ ຢ່າງ​ເຊັ່ນ ການ​ກິນ​ອາຫານ​ທີ່​ຫລາກ​ຫລາຍ​ຈະ​ຊ່ວຍ​ກະຕຸ້ນ​ໃຫ້​ລູກ​ຢາກ​ເຮັດ​ຕາມ

2. ຢ່າ​ເອົາ​ຂອງ​ຫລິ້ນ ຫລື ​ສິ່ງ​​ທີ່​ເດັກ​ສົນ​ໃຈ​ມາ​ຢູ່​ໃກ້​ເວລາຮັບປະທານອາຫານ ເປັນ​ທຳມະຊາດ​ຂອງ​ເດັກ​ທີ່​ຈະ​ສົນ​ໃຈ​ສິ່ງ​ຮອບ​ຂ້າງ ດັ່ງ​ນັ້ນ​ຄວນ​ນຳ​ຂອງ​ຫລິ້ນ​​ອອກ​ໄປ​ຈາກ​ເດັກນ້ອຍເວລາຮັບປະທານອາຫານ ເພື່ອ​ສ້າງ​ບັນ​ຢາ​ກາດ​ໃຫ້​ເດັກ​ນ້ອຍສົນ​ໃຈ​ອາຫານ​ທີ່​ຢູ່​ຕໍ່ໜ້າ​ຫລາຍ​ຂຶ້ນ

3. ສິນ​ລະປະ ​ແລະ ​ຈິ​ນຕະ​ນາ​ການ​ຂອງ​​ແມ່​ເປັນ​ສິ່ງ​ສຳຄັນ ການ​ຕົກ​ແຕ່ງ​ອາຫານ​ເທິງ​ຈານ​ໃຫ້​ເບິ່ງ​ສວຍງາມ ໜ້າ​ຮັກ​ເພື່ອ​ດຶງ​ດູດ​ຄວາມ​ສົນ​ໃຈ ຫລື​ ມີ​ສີ​ສັນ​ຫລາກ​ຫລາຍ​ມັດ​ໃຈ​ລູກນ້ອຍ ເປັນ​ການ​ກະຕຸ້ນ​ໃຫ້​ເດັກ​ສົນ​ໃຈ​ ແລະ ​ເພີ່ມ​ຄວາມ​ຢາກ​ອາ​ຫານ

4. ຢ່າ​ໃຫ້​ກິນ​ຂອງ​ຈຸກ​ຈິກ​ ເພາະການ​ກິນ​ອາຫານ​ຈຸກຈິກ​ ຈະ​ເຮັດໃຫ້​ລູກ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ໃນ​ມື້​ຫລັກ​ໄດ້​ນ້ອຍ​ລົງ ​ແມ່​ຕ້ອງ​ໃຈ​ແຂງ​ ສ້າງ​ວິ​ໄນ​ໃຫ້​ລູກ​ນ້ອຍ​ກິນ​ເປັນ​ມື້

5ເຊື່ອງ​ອາຫານ​ທີ່​ມີ​ປະໂຫຍດ ທີ່​ລູກ​ບໍ່​ມັກກິນ ​ດ້ວຍ​ການ​ບົດ​ລະອຽດ ​ແລະ ​ໃຊ້​ເປັນ​ສ່ວນ​ປະສົມ​ໃນ​ເມ​ນູ​ອາຫານທີ່ລູກມັກກິນ

6. ຢ່າ​ບັງຄັບ ຝືນ​ໃຈ ແລະ​ໃຫ້​ຂອງ​ລາງ​ວັນ​ລໍ້​ໃຈ​ກັບ​ລູກ​ນ້ອຍ ການ​ຮ້າຍ ແລະ ​ບັງຄັບ​ຈະ​ເຮັດໃຫ້​ເກີດ​ບັນ​ຢາ​ກາດ​ກົດ​ດັນ ສົ່ງ​ຜົນ​ໃຫ້​ເດັກ​ເກີດ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ​ຕໍ່​ອາຫານ ທີ່​ຖືກ​ຕ້ອງ​ຄື​ພໍ່​​ແມ່​ຄວນ​ເວົ້າ​ໃນ​ເຊີງ​ບວກ ເຊັ່ນ ຊື່ນ​ຊົມ​ເມື່ອ​ລູກ​ກິນ​ອາຫານ​ໄດ້

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...