spot_img
HomeBaby-ແມ່ແລະເດັກ9 ວິທີງ່າຍໆ ທີ່ຊ່ວຍເພີ່ມນໍ້ານົມແມ່ແບບໄດ້ຜົນ

9 ວິທີງ່າຍໆ ທີ່ຊ່ວຍເພີ່ມນໍ້ານົມແມ່ແບບໄດ້ຜົນ

Published on

    1. ໃຫ້ນົມລູກຕະຫຼອດ ແລະດົນ: ຜູ້ເປັນແມ່ຄວນໃຫ້ນົມລູກຕະຫຼອດ ແລະດົນ ເພາະຖ້າແມ່ໃຫ້ນົມລູກຕະຫຼອດ ຮ່າງກາຍກໍຈະຜະລິດນໍ້ານົມຫຼາຍຂຶ້ນ
    2. ບໍ່ກິນທາດແອວກໍຮໍ ແລະສູບຢາ: ການກິນທາດແອວກໍຮໍ ແລະສູບຢາບໍ່ພຽງແຕ່ສົ່ງຜົນກະທົບຕໍ່ປະລິມານນໍ້ານົມເທົ່ານັ້ນ ຍັງມີຜົນກະທົບຕໍ່ຮ່າງກາຍຂອງແມ່່ ແລະລູກອີກດ້ວຍ
    3. ຫຼີກລຽງຢາຄຸມກຳເນີດ: ຫາກກິນຢາຄຸມຫຼັງເກີດລູກ ກໍຈະສົ່ງຜົນກະທົບຕໍ່ການຜະລິດນໍ້ານົມໄດ້
    4. ຜ່ອນຄາຍ ແລະເຮັດໃຈສະບາຍ: ຄວາມເຄັ່ງຄຽດສົ່ງຜົນຕໍ່ການຜະລິດນໍ້ານົມ, ການຜ່ອນຄາຍ ເຮັດໃຈສະບາຍ ແລະພັກຜ່ອນໃຫ້ພຽງພລ ຈະຊ່ວຍຫຼຸດຄວາມເຄັ່ງຄຽດ ເຊິ່ງຈະເຮັດໃຫ້ຮ່າງກາຍຜະລິດນໍ້ານົມໄດ້ຫຼາຍ
    5. ສະຫຼັບເບື້ອງໃຫ້ນົມລູກ: ຊ່ວງທຳອິດທີ່ແມ່ໃຫ້ນົມລູກ ມັກຈະໃຫ້ຕາມຄວາມລຶ້ງເຄີຍຂອງການອູ້ມລູກ, ເຕົ້ານົມທີ່ໃຫ້ລູກນ້ອຍດູດຕະຫຼອດນັ້ນ ຈະມີການຜະລິດນໍ້ານົມຕະຫຼອດ, ແຕ່ຖ້າເຕົ້ານົມຂ້າງທີ່ບໍ່ໄດ້ດູດກໍຈະຜະລິດນໍ້ານົມໜ້ອຍ, ແມ່ຈຶ່ງຄວນໃຫ້ລູດດູດທັງສອງເບື້ອງ
    6. ນວດເຕົ້ານົມ: ການນວດເຕົ້ານົມ ຈະເປັນການຊ່ວຍກະຕຸ້ນການສ້າງນໍ້ານົມ, ໂດຍນວດຄ່ອຍໆ ເພື່ອກະຕຸ້ນໃຫ້ເກີດການໄຫຼວຽນຂອງລະບົບນໍ້ານົມ, ລະບົບນໍ້າເຫຼືອງທີ່ເໝາະສົມ
    7. ກິນອາຫານທີ່ມີປະໂຫຍດ: ຄວນກິນອາຫານໃຫ້ຄົບ 5 ໝູ່ ໃນປະລິມານທີ່ເໝາະສົມ ແລະພຽງພໍ, ບໍ່ຄວນຄິດເຫັນເລື່ອງນໍ້າໜັກ ຫຼືອົດອາຫານ ເຊິ່ງອາດສົ່ງຜົນກະທົບຕໍ່ການຜະລິດນໍ້ານົມ ແລະສຸຂະພາບຂອງຕົວເອງ
    8. ກິນນໍ້າຫຼາຍໆ: ການໃຫ້ນົມລູກອາດເຮັດໃຫ້ແມ່ຂາດນໍ້າ ແລະຖ້າຫາກກິນນໍ້າບໍ່ພຽງພໍ ກໍອາດສົ່ງຜົນເສຍຕໍ່ຮ່າງກາຍ ແລະຂະບວນການຜະລິດນໍ້ານົມໄດ້
    9. ສະໝຸນໄພເພີ່ມນໍ້ານົມ: ແມ່ສາມາດໃຊ້ສະໝຸນໄພທີ່ຊ່ວຍເພີ່ມນໍ້ານົມໄດ້ເຊັ່ນ: ໃບກະເພົາ, ພິກໄທ, ຂີງ ປະກອບອາຫານ ເຊິ່ງຈະຊ່ວຍໃນເລື່ອງຂອງການເພີ່ມນໍ້ານົມ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...