spot_img
Homeຄວາມງາມ9 ປະໂຫຍດຄວາມງາມຈາກນໍ້າກ້ອນ

9 ປະໂຫຍດຄວາມງາມຈາກນໍ້າກ້ອນ

Published on

ປະໂຫຍດຂອງນໍ້າກ້ອນບໍ່ໄດ້ມີພຽງແຕ່ເອົາໄວ້ກິນຢ່າງດຽວ ແຕ່ຍັງເອົາຊ່ວຍເລື່ອງຄວາມງາມໄດ້.

  1. ຄືນຄວາມສົດຊື່ນແກ່ດວງຕາ: ຄົນທີ່ນັ່ງເຝົ້າຈໍຄອມພິວເຕີໝົດມື້ ຈະຕ້ອງຮູ້ສຶກເຈັບຕາ ແຖມຍັງມີຮອຍຄໍ້າດໍາ ເກີດຮອບດວງຕາ ແຕ່ຖ້າຢາກໃຫ້ດວງຕາກັບມາສົດໃສຄືເກົ່າ ແລະຍັງຄາຍຄວາມອ່ອນລ້າໃຫ້ດວງຕາ ໃຫ້ເອົານໍ້າກ້ອນ ວາງໄວ້ບໍລິເວນດວງຕາ ພຽງເທົ່ານີ້ກໍຈະຮູ້ສຶກດີຂຶ້ນ.
  2. ຊ່ວຍເມດອັບຕິດທົນ ໄດ້ ພຽງແຕ່ເອົານໍ້າກ້ອນສະອາດກ້ອນໜ້ອຍໆ ມາລູບໃຫ້ທົ່ວໃບໜ້າກ່ອນ ຄວາມເຢັນຈາກນໍ້າກ້ອນຈະຊ່ວຍໃຫ້ຮູຂຸມຂົນກະຊັບ ຈາກນັ້ນກໍແຕ່ງໜ້າ ຈະເຮັດໃຫ້ເຄື່ອງສໍາອາງຕິດແໜ້ນ ແລະທົນ.
  3. ຄືນຄວາຊຸ່ມຊື່ນ ຖ້າຮູ້ສຶກວ່າໜ້າແຫ້ງ ແລະຮູ້ສຶກຮ້ອນ ໃຊ້ເອົານໍ້າກ້ອນແຊ່ກັບນໍ້າເລັກໜ້ອຍ ແລ້ວໃຊ້ລ້າງໜ້າ ຮູ້ຂຸຂົນຈະເປີດຮັບຄວາມເຢັນແລ້ວດູດຊຶມເອົານໍ້າເຂົ້າໄປໃນຜິວ ກ່ອນທີ່ຈະກະຊັບຕົວກັກເກັບນໍ້າໄວ້ໃນຜິວ ເຮັດໃຫ້ຜິວຊຸ່ມຊື່ນຂຶ້ນ.
  4. ຫຼຸດຄວາມມັນຂອງໃບໜ້າ ຖ້າຫາກໜ້າມີຮູຂຸມຂົນກວ້າງ, ໜ້າມັນ ໃຫ້ໃຊ້ຜ້າແຜ່ນຸ່ໆ 2 ຜືນຫໍ່ນໍ້າແຂງໄວ້ທັ້ງ 2 ຜືນ ຈາກນັ້ນກໍຄ່ອຍຖູຈົນທົ່ວໃບໜ້າ ຄ່ອຍນວດໄປ ຄວາມເຢັນຈາກນໍ້າກ້ອນຈະກະຊັບຮູຂຸມຂົນ ແລະຜ້າແຜຈະເຊັດເອົາຄວາມເປິເປື້ອນເທິງຜິວໜ້າອອກ.
  5. ແກ້ອາການຄາຍເຄືອງຈາກແສງແດດ ໂດຍການເອົາຜ້າຫໍ່ນໍ້າກ້ອນໄວ້ ແລ້ວລູດບໍລິເວນຜິວທີ່ມີປັນຫາ.
  6. ຫຼຸດການອັກເສບຂອງສິວ ໃຫ້ເອົານໍ້າກ້ອນແປະໃສ່ບໍລິເວນທີ່ສິວອັກເສບ ແລະຄວາມເຢັນຈາກນໍ້າກ້ອນຈະຊ່ວຍຫຼຸດອາການອັກເສບນັ້ນ.
  7. ໜ້າໃສງ່າຍໆ ດ້ວຍນໍ້າກ້ອນ ໃຫ້ເອົານໍ້າກ້ອນແຊ່ລົງໃນນໍ້າທີ່ສະອາດ ແລ້ວລ້າງໜ້າດ້ວຍນໍ້າເຢັນ.
  8. ປ້ອງກັນຮອຍຫ່ຽວ ເພາະຄວາມເຢັນຈາກນໍ້າກ້ອນຈະກະຕຸ້ນໃຫ້ການໄຫຼວຽນຂອງເລືອດ ເມື່ອການໄຫຼວຽນຂອງເລືອດດີຂຶ້ນ ນັ້ນສະແດງວ່າສານອາຫານຕ່າງໆກັບເຊວເລືອດ ຈະຖືກສົ່ງມາລ້ຽງຜິວໜ້າໄດ້ດີຂຶ້ນ ແລ້ວຍັງກະຕຸ້ນໃຫ້ເກີດຄໍລາເຈນ, ຮູຂຸມຂົນກະຊັບ, ສາອາຫານດີ ສຸຂະພາບຜິວດີ ພຽງເທົ່ານີ້ຮອຍຫ່ຽວກໍຈະບໍ່ເກີດຂຶ້ນ.
  9. ຫຼຸດອາການເປັນຕຸ່ມ ຖ້າເກີດຕຸ່ມເປັນຜື່ນ ເອົາຜ້າແພຫໍ່ໃຊ້ນໍ້າກ້ອນ ແລ້ວແປະໃສ່ບໍລິເວນທີ່ມີຕຸ່ມ ຄວາມເຢັນຈາກນໍ້າກ້ອນ ຈະຊ່ອຍຫຼຸດອາການດັ່ງກ່າວລົງ ແລະແກ້ອາການຄັນໄດ້ໂດຍບໍ່ຕ້ອງເກົາໃຫ້ເປັນບາດແຜ.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...