spot_img
Homeຊີວິດແລະຄວາມຮັກ9 ຂໍ້ດີຂອງການມີແຟນ ທີ່ຄົນໂສດອາດບໍ່ທັນຮູ້!!

9 ຂໍ້ດີຂອງການມີແຟນ ທີ່ຄົນໂສດອາດບໍ່ທັນຮູ້!!

Published on

  1. ມີຄົນໃຫ້ຄຳປຶກສາ: ໃນເວລາທີ່ເຮົາມີບັນຫາ, ຕ້ອງການກຳລັງໃຈ, ຕ້ອງການຕັດສິນໃຈ ກໍຈະມີຄົນຮັກທີ່ຄອຍໃຫ້ຄຳປຶກສາ ຊ່ວຍເຮົາຕັດສິນໃຈໃນເລື່ອງຕ່າງໆໄດ້ ແກ້ໄຂບັນຫາໄປນຳກັນ
  2. ມີຄົນທີ່ຄອຍຢູ່ຄຽງຂ້າງ: ແມ່ນຢູ່ວ່າຄອບຄົວຂອງເຮົາຄືກຳລັງໃຈທີ່ດີທີ່ສຸດ ແຕ່ກຳລັງໃຈຈາກຄົນທີ່ເຮົາຮັກໃນຍາມທີ່ທໍ້, ໝົດຫວັງ ກໍຈະມີຄົນຮັກຄອຍຢູ່ຄຽງຂ້າງ, ບໍ່ໄປໃສ ເຮັດໃຫ້ເຮົາຮູ້ສຶກວ່າ ເຮົາບໍ່ໄດ້ຢູ່ຄົນດຽວ ແຕ່ເຮົາຍັງມີອີກຄົນທີ່ເປັນຫ່ວງ ແລະຢູ່ກັບເຮົາຕະຫຼອດ ໃນເວລາທີ່ເຮົາຕ້ອງການກຳລັງໃຈ
  3. ມີສັງຄົມໃໝ່ໆ: ເມື່ອເຮົາມີແຟນເຮົາກໍຈະມີສັງຄົມທີ່ຫຼາຍຂຶ້ນ ເພາະແຟນຄົງພາໄປແນະນຳໃຫ້ພໍ່ແມ່ຍາດຕິພີ່ນ້ອງເຂົາໄດ້ຈັກ ລວມຮອດໝູ່ເພື່ອນ. ນອກຈາກໄດ້ຮູ້ຈັກກັບຄົນອື່ນແລ້ວ ເຮົາຍັງໄດ້ຮຽນຮູ້ເຖິງສັງຄົມເຫຼົ່ານັ້ນນຳ ຖ້າແຟນຂອງເຈົ້າເຮັດວຽກຫຍັງ ເຈົ້າກໍຈະຮູ້ຈັກໝູ່ຄູ່ຂອງລາວທີ່ເຮັດວຽກນັ້ນໆນຳກັນ ເຮັດໃຫ້ເຮົາຮູ້ຈັກສັງຄົມໃໝ່ໆທີ່ແຕກຕ່າງຈາກເຮົາ ແລະຮູ້ຈັກການປັບໂຕເພື່ອເຂົ້າຫາກັບຄົນອື່ນນຳ
  4. ມີກຳລັງໃຈທີ່ຈະສ້າງອະນາຄົດທີ່ດີຮ່ວມກັນ: ເມື່ອຄູ່ຮັກ ຮັກກັນມາຮອດຈຸດໜຶ່ງແລ້ວ ກໍເລີ່ມຄິດເຫັນອະນາຄົດຮ່ວມກັນ ຈາກຊີວິດທັງສອງທີ່ເລີ່ມຈາກສູນ ກໍຈະເລີ່ມຕົ້ນທີ່ຈະສ້າງຖານະຮ່ວມກັນ ອາດຈະເປັນເລື່ອງເກັບເງິນແຕ່ງດອງ, ຊື້ເຮືອນ, ຊື້ລົດ ຫຼືຕັ້ງໃຈເຮັດວຽກ ພັດທະນາຕົນເອງເພື່ອຄວາມກ້າວໜ້າໃນໜ້າທີ່ວຽກງານ
  5. ມີເງິນຊ່ວຍເຫຼືອໃນຍາມທີ່ຕົນເອງບໍ່ມີ: ຂໍ້ນີ້ບາງຄົນອາດຈະບໍ່ມີບັນຫາ ແຕ່ບາງຄູ່ເປັນມະນຸດເງິນເດືອນທົ່ວໄປ ທີ່ອາດຈະເກີດສະພາວະທາງການເງິນຂັດຂ້ອງ, ຄົນທຳອິດທີ່ສາມາດຊ່ວຍເຮົາໄດ້ຄືຄົນຮັກຂອງເຮົາ ທີ່ເຂົາສາມາດຊ່ວຍໄດ້ ເພາະເມື່ອເຮົາມີຄວາມຮັກຕໍ່ກັນແລ້ວ ການຊ່ວຍເຫຼືອຄົນທີ່ເຮົາຮັກຄົງຈະບໍ່ມີບັນຫາ
  6. ເຮັດໃຫ້ເຮົາຮູ້ຂໍ້ດີ ຂໍ້ເສຍຂອງຕົນເອງ: ເວລາທີ່ເຮົາຢູ່ກັບຄົນອື່ນ ກໍຕ້ອງວາງໂຕດີ ເຫັນແກ່ພາບທີ່ດີຂອງເຮົາ ຈະມີແຕ່ຄົນທີ່ສະໜິດເທົ່ານັ້ນ ທີ່ຈະເຫັນຂໍ້ເສຍຂອງເຮົາ ແຕ່ຄິດວ່າຄົງບໍ່ຫຼາຍ, ແຟນເຮົາກໍຄືກັນ ຫາກເຈົ້າເປັນຄົນທີ່ມີນິໄສທີ່ບໍ່ດີໃນບາງເລື່ອງ ແຕ່ຄົນຮັກຂອງເຈົ້າອາດຈະຮັບດ້ານບໍ່ດີຂອງເຈົ້າໄດ້ ເຂົາກ້າທີ່ຈະບອກຄວາມຈິງເພື່ອເຈົ້າຈະໄດ້ປັບປຸງຕົວເອງ
  7. ມີຄູ່ເວລາໄປທ່ຽວ: ຈະດີພຽງໃດຫາກເຮົາບໍ່ຕ້ອງໄປໃສຄົນດຽວ ເພາະວ່າຖ້າໂສດຢູ່ກໍຕ້ອງໄດ້ໄປກັບໝູ່ເພື່ອນ ກໍຕ້ອງຟັງວ່າໝູ່ຊິໄປນຳເຮົາບໍ ບາງທີໝູ່ກໍອາດຈະໄປນຳແຟນເຂົາ ຫຼືຄາວຽກ ແຕ່ຖ້າຫາກເຈົ້າມີແຟນເຂົາຈະຕ້ອງມີເວລາໃຫ້ເຮົາຢ່າງແນ່ນອນ
  8. ເປັນໂຕຂອງໂຕເອງທີ່ສຸດ: ຖ້າຫາກເຮົາຮັກກັນມາດົນ ກໍບໍ່ຈຳເປັນຕ້ອງປັ້ນໜ້າ ເພາະເມື່ອເຮົາຮັກກັນດົນເທົ່າໃດເຮົາຍິ່ງຮູ້ຈັກກັນຫຼາຍຂຶ້ນ ຄວາມເປັນໂຕຂອງໂຕເອງກໍຫຼາຍຂຶ້ນ ບໍ່ຕ້ອງເກງໃຈກັນອີກຕໍ່ໄປ
  9. ມື້ພິເສດ: ເຖິງແມ່ນວ່າຄົນໂສດກໍມີມື້ທີ່ພິເສດຄືກັນ ແຕ່ຄົນທີ່ມີຄູ່ ເຂົາມີມື້ພິເສດຫຼາຍກວ່າ ບໍ່ວ່າຈະເປັນວັນເກີດຕົນເອງ, ວັນເກີດແຟນ, ມື້ຄົບຮອບເປັນແຟນກັນ, ວັນວາເລນທາຍ ແລະອື່ນໆ. ມື້ຕ່າງໆເຫຼົ່ານີ້ເຮັດໃຫ້ຄູ່ຮັກໄດ້ຄິດເຫັນອະດີດທີ່ແສນຫວານ ແລະຖືເປັນການເອົາໃຈໃສ່ ເຊິ່ງກັນ ແລະກັນຂອງທັງສອງອີກດ້ວຍ.

ທີ່ມາ: noonswoon
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...