spot_img
Homeຂ່າວພາຍ​ໃນ8 ຕົວຊີ້ວັດດັດສະນີນະໂຍບາຍ SME ອາຊຽນມີຫຍັງແດ່?

8 ຕົວຊີ້ວັດດັດສະນີນະໂຍບາຍ SME ອາຊຽນມີຫຍັງແດ່?

Published on

ໃນວັນທີ 26 ມີນາ 2019 ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມເຜີຍແຜ່ຜົນການສຶກສາ 8 ຕົວຊີ້ວັດດັດສະນີນະໂຍບາຍ SME ອາຊຽນ ໂດຍວິສາຫະກິດຂະໜາດນ້ອຍ ແລະ ກາງ. ຜ່ານການສຳຫລວດຄັ້ງທີ 2 ໃນປີ 2013 ສະແດງໃຫ້ເຫັນວ່າ ຫົວໜ່ວຍວິສາຫະກິດ ຫລື ສະຖາບັນທີ່ຫວັງຜົນກຳໄລ ແມ່ນມີ 124,873 ຫົວໜ່ວຍ ແລະ ສະຖາບັນທີ່ບໍ່ຫວັງຜົນກຳໄລ 9,704 ຫົວໜ່ວຍ ໃນນີ້ ອີງຕາມການຈັດແບ່ງຂະໜາດຂອງຫົວໜ່ວຍວິສາກະກິດທີ່ຫວັງຜົນກຳໄລ ທີ່ແຮງງານ 99 ຄົນລົງແມ່ນສາມາດຈັດແບ່ງເປັນປະເພດວິສາຫະກິດຂະໜາດນ້ອຍ ແລະ ກາງປະກອບມີ 124,567 ຫົວໜ່ວຍ ຫລື ເທົ່າກັບ 99,9% ໃນນີ້ວິສາຫະກິດທີ່ມີຈຳນວນແຮງງານ 5 ຄົນລົງມາແມ່ນລວມເຖິງ 86% ວິສາຫະກິດຂະໜາດນ້ອຍ ແລະ ກາງປະກອບສ່ວນໃນການສ້າງວຽກເຮັດງານທຳໄດ້ເຖິງ 471,282 ຄົນ ຫລື ເທົ່າກັບ 82,18% ຂອງຈຳນວນແຮງງານທັງໝົດໃນຂະແໜງການທຸລະກິດ.

ສະນັ້ນ, ເພື່ອເປັນການສົ່ງເສີມ SME ຂອງ ສປປລາວ ພາກລັດຈຶ່ງໄດ້ກຳນົດນະໂຍບາຍ ຫລາຍໆດ້ານ ເຊິ່ງແຕ່ລະດ້ານກໍມີຫຼາຍໆພາກສ່ວນ ຫລື ຫລາຍຂະແໜງການ ເປັນຜູ້ເຂົ້າຮ່ວມຈັດຕັ້ງຜັນຂະຫຍາຍແຕ່ລະນະໂຍບາຍ ທີ່ແຕກຕ່າງກັນໄປໃນຫລາກຫລາຍຮູບແບບ ແລະ ຫລາກຫລາຍສີສັນ ສະນັ້ນ ເພື່ອປະເມີນຜົນຂອງການຈັດຕັ້ງປະຕິບັດບັນດານະໂຍບາຍຂອງແຕ່ລະຂະແໜງການ ໃນການສົ່ງເສີມ SME ໃນສປປລາວ ກໍຄືການປະກອບການຂອງອາຊຽນໂດຍຜ່ານຂະບວນການວິເຄາະ ແລະ ວິໄຈ ຈາກຜູ້ຊ່ຽວຊານຂອງອົງການ OECD, ERIA ແລະ ກອງເລຂາອາຊຽນຈຶ່ງໄດ້ສັ່ງລວມຜົນຕົວຊີ້ວັດດັດສະນີການຈັດຕັ້ງນະໂຍບາຍຄັ້ງນີ້ຂຶ້ນມາເພື່ອຊີ້ໃຫ້ເຫັນຈຸດແຂງ ແລະ ຈຸດອ່ອນຂອງການກຳນົດແຜນ ແລະ ການຈັດຕັ້ງປະຕິດບັດນະໂຍບາຍດັ່ງກ່າວ. ສໍາລັບ 8 ຕົວຊີ້ວັດດັດສະນີນະໂຍບາຍ SMEອາຊຽນປະກອບມີ:

  1. Productivity, Technology and Innovation
  2. Green SMEs
  3. Access to finance
  4. Access to market and international section
  5. Institutional framework
  6. Legislation, regulation and tax
  7. Entrepreneurial education and skills
  8. social enterprises and inclusive SMEs

 

 

 

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...