spot_img
Homeຂ່າວທ້ອງຖິ່ນ70% ຂອງພົນລະເມືອງລາວຈະໄດ້ຮັບການສັກວັກຊິນໂຄວິດ-19 ແຕ່ນີ້ຫາປີ 2023

70% ຂອງພົນລະເມືອງລາວຈະໄດ້ຮັບການສັກວັກຊິນໂຄວິດ-19 ແຕ່ນີ້ຫາປີ 2023

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ 70% ຂອງພົນລະເມືອງລາວຈະໄດ້ຮັບການສັກວັກຊິນໂຄວິດ-19 ແຕ່ນີ້ຫາປີ 2023.

ສູນຂ່າວສານການແພດສຸຂະສຶກສາໄດ້ແຈ້ງໃຫ້ຮູ້ວ່າ: ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງການເງິນ ທັງເປັນປະທານຄະນະສະເພາະກິດ ຄວບຄຸມ, ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໃຫ້ກຽດຮ່ວມສັກວັກຊິນປ້ອງກັນພະຍາດໂຄວິດ-19 ກັບແພດໝໍທີ່ເປັນກຸ່ມສ່ຽງ, ພະນັກງານຜູ້ເຮັດວຽກປະຈຳດ່ານ ແລະ ພະນັກງານຢູ່ສູນຈໍາກັດບໍລິເວນ ລວມຫຼາຍກວ່າ 600 ຄົນ ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ໂຮງໝໍມິດຕະພາບ  ເພື່ອຢັ້ງຢືນວ່າວັກຊິນຕ້ານພະຍາດດັ່ງກ່າວທີ່ບໍລິສັດຊີໂນຟາມຂອງຈີນ ໃຫ້ການຊ່ວຍເຫຼືອໃນຄັ້ງ ນີ້ມີຄວາມປອດໄພ.

ສູນຂ່າວສານການແພດສຸຂະສຶກສາແຈ້ງໃຫ້ຮູ້ຕື່ມວ່າ: ສະເພາະປີ 2021 ນີ້, ກຸ່ມສ່ຽງຈະໄດ້ຮັບການສັກວັກຊີນຕ້ານໂຄວິດ-19 ປະມານ 1,5 ລ້ານຄົນກວມ 22% ຂອງພົນລະເມືອງໃນຂອບເຂດທົ່ວປະເທດ ແລະ ຮອດປີ 2023 ປະຊາຊົນລາວຈະໄດ້ຮັບການສັກວັກຊິນກວມປະມານ 70%.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...