spot_img
Homeຂ່າວທ້ອງຖິ່ນ7-Eleven ກຽມຂະຫຍາຍສາຂາເປີດຢູ່ລາວ! ຫຼັງໄດ້ຮັບອະນຸຍາດເປີດທີ່ກຳປູເຈຍຮຽບຮ້ອຍແລ້ວ

7-Eleven ກຽມຂະຫຍາຍສາຂາເປີດຢູ່ລາວ! ຫຼັງໄດ້ຮັບອະນຸຍາດເປີດທີ່ກຳປູເຈຍຮຽບຮ້ອຍແລ້ວ

Published on

ກຸ່ມບໍລິສັດໃນປະເທດໄທ ແລະ ຜູ້ປະກອບການຮ້ານສະດວກຊື້ 7-Eleven ໃນໄທ ປະກາດເມື່ອວັນທີ 7 ພຶດສະພານີ້ ໂດຍທ່ານ ກຽງໄຊ ບຸນໂພອະພິຊາດ ປະທານເຈົ້າໜ້າທີ່ຝ່າຍການເງິນ ບໍລິສັດ ຊີພີ ອໍ ຈໍາກັດ ມະຫາຊົນ ຫຼື CP All ແຈ້ງຕະຫຼາດຫຼັກຊັບວ່າ CP All (Cambodia) ,Ltd. ເຊິ່ງເປັນບໍລິສັດຍ່ອຍ ໄດ້ເຮັດສັນຍາແຟຣນຊາຍຫຼັກສໍາລັບດຳເນີນການຮ້ານ 7-Eleven ໃນປະເທດກໍາປູເຈຍກັບ 7-Eleven,Inc. ເປັນທີ່ຮຽບຮ້ອຍແລ້ວ ແລະ ຈະເປີດໃຫ້ບໍລິການໃນປີ 2021.

ໂດຍ CP All (Cambodia) Co.,Ltd. ໄດ້ຮັບສິດແຟຣນຊາຍໃນການຈັດຕັ້ງ ແລະ ດຳເນີນການຮ້ານ 7-Eleven ໃນປະເທດກຳປູເຈຍເປັນເວລາ 30 ປີ ແລະ ຄູ່ສັນຍາອາດຕົກລົງຕໍ່ອາຍຸສັນຍາໄດ້ອີກ 2 ຄັ້ງ ຄັ້ງລະ 20 ປີ.

ນອກຈາກນີ້ CP All ຍັງຢູ່ລະຫວ່າງຂໍໃບອະນຸຍາດເປີດແຟຣນຊາຍຮ້ານ 7-Eleven ໃນ ສປປ ລາວ ເພີ່ມອີກ 1 ປະເທດ ແລະ ຫາກ CP All ໄດ້ຮັບອະນຸຍາດ ຈະເຮັດໃຫ້ ສປປ.ລາວ ກາຍເປັນປະເທດທີ 2 ທີ່ CP All ຂະຫຍາຍແຟຣນຊາຍຮ້ານ 7-Eleven ອອກຈາກໄທອີກດ້ວຍ.

ຮ້ານສະດວກຊື້ 7-Eleven ມີທັງໝົດ 70,678 ແຫ່ງທົ່ວໂລກ ທັງນີ້ ບໍລິສັດ ກະສິກອນ ມີມຸມມອງວ່າ ການເປີດແຟຣນຊາຍຮ້ານ 7-Eleven ໃນກຳປູເຈຍຂອງ CP All ຈະເປັນການດຳເນີນງານຢ່າງຄ່ອຍເປັນຄ່ອຍໄປ ແລະ ຄ່ອຍເບິ່ງກະແສຕອບຮັບຂອງລູກຄ້າ ຈາກນັ້ນຈຶ່ງຄ່ອຍໆຂະຫຍາຍໃຫ່ຍຂຶ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: The Standard

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...