spot_img
Homeຊີວິດແລະຄວາມຮັກ7 ວິທີເຮັດໃຫ້ຄົນຮັກກັບມາເຊື່ອໝັ້ນໃນຕົວທ່ານອີກຄັ້ງ ຫຼັງຈາກທີ່ທ່ານຖືກຈັບໄດ້ວ່າແອບນອກໃຈໄປມີກິ໊ກ

7 ວິທີເຮັດໃຫ້ຄົນຮັກກັບມາເຊື່ອໝັ້ນໃນຕົວທ່ານອີກຄັ້ງ ຫຼັງຈາກທີ່ທ່ານຖືກຈັບໄດ້ວ່າແອບນອກໃຈໄປມີກິ໊ກ

Published on

ບາງເທື່ອກໍ່ຕ້ອງຍອມຮັບກັບເລື່ອງນິໃສເຈົ້າຊູ້ຫຼາຍໃຈຂອງຕົນເອງທີ່ເປັນເຫດເຮັດໃຫ້ເກີດຄວາມບາດໝາງກັບຄົນຮັກ ແລະ ເຮັດໃຫ້ຄົນຮັກຂາດຄວາມເຊື່ອໝັ້ນກັບຕົນເອງ ແຕ່ຈະເຮັດແບບໃດລ່ະ…? ຈິ່ງເຮັດໃຫ້ຄົນຮັກທີ່ແສນດີຂອງທ່ານກັບຄືນມາໝັ້ນໃຈໃນຕົວທ່ານອີກຄັ້ງ ໃນຄໍລຳ ຊີວິດ ກັບ ຄວາມຮັກ ວັນນີ້ເຮົາມີຄຳຕອບກ່ຽວກັບເລື່ອງນີ້ມາຝາກກັນ

  1. ຢຸດຄວາມສຳພັນກັບກິ໊ກ ແລະ ພິສູດໃຫ້ເຫັນວ່າທ່າສາມາດເລີກກັບບັນດາກິ໊ກທ່ານໄດ້ແທ້ໆ
  2. ຍອມຮັບໃນສິ່ງທີ່ທ່ານໄດ້ເຮັດລົງໄປ ພ້ອມຂໍໂອກາດແກ້ຕົວໃໝ່ອີກຄັ້ງ
  3. ປ່ອຍໃຫ້ຄົນຮັກລະບາຍຄວາສມເສຍໃຈ ແລະ ທ່ານກໍ່ຍອມຮັບຟັງ ພ້ອມຕອບທຸກຄຳຖາມທີ່ເຂົາສົງໃສ
  4. ສະແດງຄວາມສົນໃຈ ແລະ ຄວາມຮັກໃຫ້ຫຼາຍຂຶ້ນ
  5. ບອກກັບຄົນຮັກສະເໝີໃນເວລາທີ່ທ່ານຈະໄປໃສ
  6. ຄ່ອຍໆກໍ່ສ້າງຄວາມເຊື່ອໝັ້ນໃຫ້ກັບຄືນມາຢ່າງຊ້າໆ ແຕ່ໝັ້ນຄົງ
  7. ເລີກນິໃສເຈົ້າຊູ້ຫຼາຍໃຈ ພ້ອມຫຼີກລ່ຽງທີ່ຈະພາຕົວເອງກັບໄປສູ່ວັງວົນແຫ່ງການນອກໃຈ

ຖ້າບໍ່ຢາກໃຫ້ຄວາມຮັກເກີດບັນຫາວຸ້ນວາຍ ຫາກທ່ານຢາກມີຄວາມຮັກທີ່ສະຫງົບສຸກ ການຮັກດຽວໃຈດຽວເປັນສິ່ງທີ່ດີທີ່ສຸດຂອງຊີວິດຄູ່

ຂໍ້ມູນຈາກ: http://men.kapook.com/view94783.html
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...