6 ເດືອນຕົ້ນປີນີ້ ມີນັກທ່ອງທ່ຽວ ເຂົ້າແຂວງຄໍາມ່ວນ 72 ພັນກວ່າຄົນ!

ຂປລ. ຕາມ​ການລາຍ​ງານ​ຈາກ ຂະ​ແໜງທ່ອງທ່ຽວແຂວງຄໍາມ່ວນ ໃຫ້ຮູ້ວ່າ: ​ໃນໄລຍະ 6 ​ເດືອນຕົ້ນສົກປີ 2015-2016 ນີ້ ມີນັກທ່ອງທ່ຽວເຂົ້າມາທ່ຽວທັງໝົດ 72.956 ຄົນ, ຍິງ 48.056 ຄົນເຊິ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈາກອາຊີ​ ໂດຍ​​ສະ​ເພາະ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ. ເຊິ່ງສາມາດສ້າງລາຍຮັບໃຫ້ແຂວງ ສະເລ່ຍ ປະມານ 148 ຕື້ກວ່າກີບ.​

ເພື່ອຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ຈະ​ເຂົ້າ​ມາ​ທ່ອງ​ທ່ຽວ ຢູ່ແຂວງ​ຄຳ​ມ່ວນ​ນັ້ນ, ພາກສ່ວນ​ກ່ຽວຂ້ອງ​ຂອງ​ແຂວງ ​ໄດ້​ສຸມ​ໃສ່ການພັດທະນາ ການທ່ອງທ່ຽວແບບຍືນຍົງ, ປະຊາຊົນມີສ່ວນຮ່ວມໃນການຄຸ້ມຄອງ, ດ້ານລາຍຮັບ ແລະ ເປັນເຈົ້າການ ໃນການອະນຸລັກຮັກສາ, ເສີມຂະຫຍາຍຄວາມ ສວຍ​ສົດງົດງາມ ແລະ ເອກະລັກສະຖານທີ່ທ່ອງທ່ຽວ ທີ່ບົ່ງບອກເຖິງຄວາມອຸດົມສົມບູນ.

ປັດຈຸບັນທົ່ວ ແຂວງຄໍາມ່ວນ ມີ​ແຫ​ລ່ງທ່ອງທ່ຽວ ທັງໝົດ 198 ແຫ່ງ, ໃນນັ້ນແຫລ່ງທ່ອງທ່ຽວ ທາງດ້ານປະຫວັດສາດ 29 ແຫ່ງ, ທາງດ້ານທໍາມະຊາດ 139 ແຫ່ງ ແລະ ທາງດ້ານວັດທະນະທໍາ 30 ແຫ່ງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!