Homeຂ່າວພາຍ​ໃນສປປ ລາວ ເນັ້ນໃສ່ສິນຄ້າກະສິກຳ ຕ້ອງມີຄຸນນະພາບ ທຽບກັບສາກົນ!

ສປປ ລາວ ເນັ້ນໃສ່ສິນຄ້າກະສິກຳ ຕ້ອງມີຄຸນນະພາບ ທຽບກັບສາກົນ!

Published on

ປລ. ກົມ​ປູກຝັງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ​ບັນດາ​ສະມາຊິກ​ອາຊຽນ ຈັດ​ກອງ​ປະຊຸມ​ປະຈຳ​ປີ​ ກ່ຽວກັບວຽກງານການພັດທະນາ​​ ແຜນການ​ປະຕິບັດ​ຍຸດ​ທະ​ສາດ ສຳລັບ​ການ​ຮ່ວມ​ມື​ອາຊຽນດ້ານ​ພືດ ຂຶ້ນ​ໃນ​ວັນ​ທີ 18 ກໍລະກົດ ນີ້ ທີ່ນະຄອນຫລວງວຽງຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ ທ່ານ ວິ​ໄລ​ສຸກ ​ເຄນ​ນະ​ວົງ ຫົວໜ້າກົມ​ປູກຝັງ ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ແລະ ຕາງ​ໜ້າອົງການ​ຈັດ​ຕັ້ງ​ສາກົນ ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້, ບັນດາປະ​ເທດ​ສະມາຊິກ​ອາຊຽນ ​​ໄດ້​ລາຍ​ງານ​ຄວາມ​ຄືບໜ້າ ​ໃນການຈັດ​ຕັ້ງ​ປະຕິບັດ ວຽກງານຂອງ​ແຕ່ລະ​ປະ​ເທດ​ໃຫ້ກັນຊາ​ບ, ປຶກສາ​ຫາລືແລກປ່ຽນບົດຮຽນຮ່ວມ​ກັນ, ​ຊອກ​ຫາ​ວິທີການ​​ແກ້​ໄຂ​ບັນຫາ ​ແລະ ສິ່ງ​ກີດຂວາງ​ຕ່າງໆ ທັງ​ຂໍ້​ສະ​ດວກ ​ແລະ ຂໍ້​ຫຍຸ້ງ​ຍາກ ​ໃນ​ການ​ປະສານ​ງານ. ​​ສິ່ງ​ສຳຄັນໄດ້​ເນັ້ນ​ໃສ່​ປຶກສາ​ຫາລື​ ກ່ຽວກັບ​ມາດຕະຖານ ​ວ່າ​ດ້ວຍ​ຄຸນ​ນະພາ​ບຂອງ​ສິນ​ຄ້າ​ກະສິກຳ, ຄວາມ​ປອດ​ໄພ​ຂອງ​ສິນຄ້າ, ບັນຫາ​ສານ​ຕົກ​ຄ້າງ​ຕ່າງໆ, ສັດ​ຕູ​ພືດ, ລະບຽບການ​ນຳ​​ເຂົ້າ-​ສົ່ງ​ອອກ ​ແລະ ຈະ​ເຮັດ​ແນວ​ໃດ ​ໃຫ້​ສິນຄ້າ​ມີ​ການ​ກະຈາຍ​ຕົວ ​ອອກເປັນ​ວົງ​ກວ້າງ, ​ສິ່ງ​ເອື້ອ​ອຳ​ນວຍໃນ​ການ​ກະຈາຍ​ສິນຄ້າ, ມີຄວາມຄ່ອງຕົວ​ໄວຂຶ້ນ ​ແລະ ຊອກ​ຫາ​ຊ່ອງ​ທາງ ໃນ​ການ​ເພີ່ມ​ມູນ​ຄ່າຂອງ​ສິນຄ້າ​ ​​ໂດຍ​ສະ​ເພາະບຸລິ​ມະ​ສິດ​ໃນ 10 ປະ​ເທດ​ອາຊຽນ ຕ້ອງ​ເປັນອັນໜຶ່ງອັນ​ດຽວກັນ.

​ນອກຈາກ​ນີ້​, ຍັງ​ເປັນ​ທ່າ​ແຮງໃຫ້​ແກ່​ການ​ເຈລະຈາ ຄູ່​ຮ່ວມກັບ​ອາຊຽນເຊັ່ນ: ອາຊຽນ+3, ອາຊຽນ +6  ​ ​ເຮັດ​ໃຫ້​ມີ​ກຳລັງ​ແຮງໃນ​ການ​ເຈລະຈາ ​ເປີດ​ຕະຫລາດ​ກັບ ສປ ຈີນ, ຣັດ​ເຊຍ, ອິນ​ເດຍ ​ແລະ ອີ​ຢູ ​ໂດຍ​ສະ​ເພາະ ​ລາວ ​ໄດ້​ຖື​ເອົາ​ໂອກາດ​ນີ້ ຍາດ​ເອົາ​ການ​ຊ່ວຍ​ເຫລືອທາງ​ວິຊາ​ການ ​ແລະ ​ເຕັກນິກ​ຕ່າງໆ ​ເພື່ອ​ພັດທະນາ​ສິນຄ້າ​ກະສິກຳ​ຂອງ​ລາວ​ ໃຫ້​ມີ​ຄຸນ​ນະພາ​ບ ​ທຽບກັນ​ສາກົນ​.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...