spot_img
Homeຂ່າວທ້ອງຖິ່ນ6 ເດືອນຕົ້ນປີ 2020 ລາວຂາດດຸນການຄ້າ 552 ລ້ານໂດລາ.

6 ເດືອນຕົ້ນປີ 2020 ລາວຂາດດຸນການຄ້າ 552 ລ້ານໂດລາ.

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸປະມານ 4,4 ຕື້ກວ່າໂດລາ, ໃນນີ້ຍອດສົ່ງອອກ 1,9 ຕື້ໂດລາ ຫຼາຍກວ່າໝູ່ແມ່ນແຮ່ທອງ 211 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 157 ລ້ານໂດລາ. ສ່ວນການນຳເຂົ້າມີມູນຄ່າ 2,5 ຕື້ກວ່າໂດລາ, ຂາດດຸນການຄ້າ 552 ລ້ານໂດລາ.

ອີງຕາມຂໍ້ມູນຈາກສູນຂ່າວສານທາງການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: ມູນຄ່າການນຳເຂົ້າ ແລະ ສົ່ງອອກຂອງ ສປປ ລາວ ໃນ 6 ເດືອນຕົ້ນປີ 2020 ບັນລຸ 4.461 ລ້ານໂດລາສະຫະລັດ. ໃນນັ້ນ, ການນຳເຂົ້າ 2.506 ລ້ານໂດລາ, ການສົ່ງອອກ 1.954 ລ້ານໂດລາ ( ບໍ່ລວມການສົ່ງອອກໄຟຟ້າ ) ແລະ ຂາດດຸນການຄ້າ 552 ລ້ານໂດລາ.

ໝວດສິນຄ້ານຳເຂົ້າຫຼັກ ປະກອບມີ: ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມູນຄ່າ 210 ລ້ານໂດລາ, ນ້ຳມັນກາຊວນ ມູນຄ່າ 200 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມູນຄ່າ 156 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມູນຄ່າ 102 ລ້ານໂດລາ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມູນຄ່າປະມານ 165 ລ້ານໂດລາ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) ມູນຄ່າປະມານ 117 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ 84 ລ້ານໂດລາ. ນອກຈາກນີ້, ຍັງມີການນຳເຂົ້າໄຟຟ້າ, ນ້ຳມັນແອັດຊັງພິດເສດ, ແອັດຊັງທຳມະດາ, ສັດທີ່ມີຊີວິດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້), ຝຸ່ນ (ປຸ໋ຍ) ແລະ ອື່ນໆ.

ໝວດສິນຄ້າສົ່ງອອກຫຼັກ ປະກອບມີ: ແຮ່ທອງ ມີມູນຄ່າ 211 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 157 ລ້ານໂດລາ, ໝາກກ້ວຍ 106 ລ້ານໂດລາ, ເຫຍື່ອໄມ້ ແລະ ເສດເຈ້ຍ 149 ລ້ານໂດລາ. ນອກຈາກນີ້, ຍັງມີການສົ່ງອອກຄຳປະສົມ, ຄຳແທ່ງ, ໝາກໄມ້, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…), ມັນຕົ້ນ, ເຄື່ອງນຸ່ງຫົ່ມ, ນໍ້າຕານ, ງົວ, ຄວາຍ, ເກືອກາລີ ແລະ ອື່ນໆ.

ໃນ 6 ເດືອນຕົ້ນປີນີ້ ປະເທດທີ່ ສປປ ລາວ ນຳເຂົ້າເປັນອັນດັບໜຶ່ງແມ່ນປະເທດໄທ ມີມູນຄ່າ 1.414 ລ້ານໂດລາ, ຮອງລົງມາແມ່ນ ສປ ຈີນ ມູນຄ່າ 550 ລ້ານໂດລາ ແລະ ສສ ຫວຽດນາມ ມູນຄ່າ 263 ລ້ານໂດລາ.

ສ່ວນປະເທດທີ່ ສປປ ລາວ ສົ່ງອອກເປັນອັບດັບໜຶ່ງແມ່ນ ສປ ຈີນ ມູນຄ່າ 629 ລ້ານໂດລາ, ຮອງລົງມາ ໄທ ມູນຄ່າ 505 ລ້ານໂດລາ ແລະ ສສ ຫວຽດນາມ ມູນຄ່າ 489 ລ້ານໂດລາ ຕາມລຳດັບ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...