spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີນີ້ ເສດຖະກິດ ຂອງແຂວງອຸດົມໄຊ ຂະຫຍາຍຕົວ 2,11%

6 ເດືອນຕົ້ນປີນີ້ ເສດຖະກິດ ຂອງແຂວງອຸດົມໄຊ ຂະຫຍາຍຕົວ 2,11%

Published on

ໃນໄລຍະ 6 ເດືອນຜ່ານມາ ແຂວງອຸດົມໄຊ ຍັງສືບຕໍ່ ມີສະຖຽນລະພາບທາງເສດຖະກິດ-ສັງຄົມ ມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ.

ອີງຕາມການສະຫລຸບ ລາຍງານຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໃນກອງປະຊຸມ ອົງການປົກຄອງແຂວງ ຄັ້ງທີ 1 ປີ 2022 ຫວ່າງວັນທີ 27-28 ກໍລະກົດ 2022 ເຫັນວ່າ: ເສດຖະກິດ ຂອງແຂວງອຸດົມໄຊ ໃນໄລຍະ 6 ເດືອນຕົ້ນປີ 2022 ມີການຂະຫຍາຍຕົວ 2,11% (ມະຕິສະພາຮັບຮອງ 4,75%) ຄິດໄລ່ເປັນມູນຄ່າຕາມລາຄາປີ ເທົ່າກັບ 5.872,87 ຕື້ກີບ (5 ພັນ 872 ກວ່າຕື້ກີບ) ເທົ່າກັບ 97,47% ຂອງແຜນການປີ (ມະຕິສະພາຮັບຮອງແມ່ນ 6.025,47 ຕື້ກີບ) ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 1.390 ໂດລາສະຫະລັດ (ມະຕິສະພາຮັບຮອງແມ່ນ 1.790 ໂດລາສະຫະລັດ) ໃນນີ້ ຂະແຫນງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວ 0,96% ກວມເອົາ 36,85% ຂອງ GDP, ຂະແຫນງອຸດສາຫະກຳ ຂະຫຍາຍຕົວ 2,40% ກວມເອົາ 17,05% ຂອງ GDP, ຂະແຫນງບໍລິການ ຂະຫຍາຍຕົວ 2,88% ກວມເອົາ 44,68 % ຂອງ GDP ແລະ ພາສີອາກອນຜະລິດຕະພັນ ແລະ ຂາເຂົ້າ ຂະຫຍາຍຕົວ 0,73% ກວມເອົາ 1,42% ຂອງ GDP.

ໂດຍລວມແລ້ວ ເສດຖະກິດ-ສັງຄົມ ຂອງແຂວງອຸດົມໄຊ ຍັງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ເມື່ອທ່ຽບໃສ່ທິດທາງແຜນການ ກໍຄື ມະຕິທີ່ສະພາປະຊາຊົນແຂວງຮັບຮອງ ໃນໄລຍະຜ່ານມາແລ້ວ ເຫັນວ່າ: ຍັງບໍ່ທັນບັນລຸຕາມລະດັບຄາດຫມາຍ ເຊິ່ງສາເຫດໂດຍລວມ ແມ່ນເນື່ອງມາຈາກການດຳລົງຊີວິດຂອງປະຊາຊົນ ຍັງພົບຄວາມຫຍຸ້ງຍາກ ຍ້ອນເສດຖະກິດ-ການເງິນ, ຄ່າຄອງຊີບ, ລາຄາສິນຄ້າ, ເຄື່ອງອຸປະໂພກ-ບໍລິໂພກ ມີການເໜັງຕີງເພີ່ມຂຶ້ນສູງ ແລະເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນເຊັ່ນກັນ.

ແຫຼງຂ່າວ ຂ່າວປະຈຳວັນ Daily News Oudomxay

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...