spot_img
HomeຊີວິດແລະຄວາມຮັກWedding-Sex-love6 ສັນຍານເຕືອນວ່າ... ແຟນທ່ານອາດໄປມີເຊັກສ໌ກັບຄົນອື່ນມາແລ້ວ

6 ສັນຍານເຕືອນວ່າ… ແຟນທ່ານອາດໄປມີເຊັກສ໌ກັບຄົນອື່ນມາແລ້ວ

Published on

ເລື່ອງຄວາມສຳພັນນັ້ນມັນຂຶ້ນຢູ່ກັບການເຊື່ອໃຈ ແຕ່ຖ້າວັນນີ້ທ່ານເລີ່ມຮູ້ສຶກເຖິງຄວາມປ່ຽນໄປຂອງອີກຝ່າຍໄດ້ຢ່າງຊັດເຈນ ຈົນຄວາມເຊື່ອໝັ້ນເລີ່ມຫາຍໄປເລື່ອຍໆ ໃນຄໍລຳ ຄວາມຮັກ ກັບ ເຊັກສ໌ ວັນນີ້ເຮົາມາສັງເກດພຶດຕິກຳແຟນດີກວ່າ ວ່າເຂົາມີລັກສະນະນີ້ ຫຼື ບໍ່ ຖ້າແມ່ນກໍ່ກຽມຕົວກຽມໃຈໄວ້ເລີຍ ເພາະເຂົາອາດມີຄວາມສຳພັນເລິກຊຶ້ງກັບຄົນອື່ນມາແລ້ວ

1.ໃຊ້ເວລາດົນກວ່າຈະຕອບຂໍ້ຄວາມ ຫຼື ໂທລະສັບຂອງເຮົາ ບາງຄັ້ງກົດສານຖິ້ມ ຫຼື ປິດເຄື່ອງໄວ້ເລີຍ

ຖ້າແຟນທ່ານມີນິໃສແບບນີ້ຢູ່ແລ້ວ ຂໍ້ນີ້ກໍ່ອາດຍົກເວັ້ນໄດ້ ແຕ່ຖ້າເຂົາເປັນຄົນທີ່ຮັບໂທລະສັບທ່ານສະເໝີ ແລະ ຈະຕອບຂໍ້ຄວາມທ່ານທຸກສະບັບ ແຕ່ເກີດມີວັນໜຶ່ງເຂົາມີອາການແບບນີ້ ທ່ານກໍ່ຕ້ອງເລີ່ມສັງເກດເຂົາໄວ້ໃຫ້ດີ

2.ກັບເຮືອນເດິກດື່ນ ອ້າງເລື່ອງວຽກເປັນປະຈຳ

ສັນຍານທີສອງ ເປັນສັນຍານສຸດຮິດຂອງຄົນມີກິກມັກໃຊ້ເປັນປະຈຳ ເພາະເລື່ອງວຽກເປັນເລື່ອງທີ່ເຮົາບໍ່ກ້າເຂົ້າໄປຫຍຸ້ງກ່ຽວໄດ້ ຍ້ອນຍ້ານເປັນການຂັດຂວາງອານາຄົດເລື່ອງວຽກງານ

3.ອາບນ້ຳທັນທີຫຼັງຈາກກັບມາແຕ່ບ່ອນເຮັດວຽກ

ປົກກະຕິແຟນທ່ານຈະເປັນຄົນບໍ່ອາດນ້ຳທັນທີຫຼັງຈາກກັບມາແຕ່ບ່ອນເຮັດວຽກ ອາດຈະມີປ່ຽນເຄື່ອງ ມານັ່ງເບິ່ງໂທລະພາບ ຫຼື ໄປເຮັດນັ້ນເຮັດນີ້ ແຕ່ມາວັນນີ້ເມື່ອເຂົາກັບຮອດເຮືອນປຸບກໍ່ຟ້າວຍ່າງເຂົ້າຫ້ອງນ້ຳເພື່ອອາບນ້ຳປັບ ນີ້ກໍ່ເປັນອີກໜຶ່ງສັນຍານທີ່ທ່ານຕ້ອງໄດ້ສັງເກດໃຫ້ດີ

4.ປະຕິເສດການມີເພດສຳພັນກັບທ່ານ ຫຼຸດຜ່ອນຄວາມຫວານຊື່ນກັບທ່ານ

ອາດເປັນເພາະເຂົາໄປມີຄວາມສຸກກັບຄົນອື່ນມາແລ້ວ ເຂົາຈິ່ງຮູ້ສຶກອ່ອນເພຍ ເມື່ອຍ ບາງເທື່ອກໍ່ເຮັດໃຫ້ແບບບໍ່ສຸດກົກສຸດປາຍ ບໍ່ມີຊີວິດຊີວາຄືທີ່ເຄີຍຜ່ານມາ

 

5.ເຂົາດູແລຕົວເອງດີກວ່າທີ່ເຄີຍເຮັດຜ່ານມາ

ການອອກກຳລັງກາຍເພື່ອຮັກສາຫຸ່ນ, ດູແລກິນຕົວ, ດູແລຜິວພັນ ເສື້ອຜ້າໜ້າຜົມໃຫ້ເບິ່ງດີ ກວ່າທີ່ຜ່ານມາຈົນທ່ານຮູ້ສຶກແປກໃຈ

6.ມີເຊັກສ໌ທ່າໃໝ່ໆ

ເມື່ອກ່ອນເປັນຄົນມີເຊັກສ໌ແບບບໍ່ຫວືຫວາ ຫຼື ເຣົ້າໃຈປານໃດ ແຕ່ຢູ່ມາວັນໜຶ່ງເກີດມີທ່າແປກໃໝ່ຂຶ້ນມາ ລີລາປ່ຽນ, ຈັງຫວະປ່ຽນ ຈົນທ່ານຮູ້ສຶກແປກໃຈ

ທີ່ກ່າວມາຂ້າງເທິງນີ້ ຖ້າແຟນທ່ານມີຄົບທຸກຂໍ້ ຢືນຢັນເລີຍວ່າເຂົາແອບໄປກິນທາງນອກມາແລ້ວແນ່ນອນ

 

ທີ່ມາ: http://women.mthai.com/rate-married/237339.html

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ifram FB

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...