6 ພຶດສະພານີ້ “ວັນວິສາຂະບູຊາ” ປີນີ້ໃຫ້ຈັດງານພາຍໃນວັດຂອງຕົນເທົ່ານັ້ນ

​ວັນບຸນວິສາຂະບູຊາທີ່ສຳຄັນ ທາງພຸດສາສາດສະໜາ ເນື່ອງຈາກມີເຫດການ 3 ປະການ ເປັນວັນທີ່ພະສາສະດາ ພະສຳມາສຳພຸດທະເຈົ້າປະສູດ, ຕັດສະລຸ ແລະ ປະລິນິບພານ. ດັ່ງນັ້ນ, ພຸດທະສາສະໜາກະນິກະຊົນທົ່ວໂລກຈຶ່ງໃຫ້ຄວາມສຳຄັນ, ຊາວພຸດໄດ້ກະທຳບຸນ ສ້າງກຸສົນ ຄຸນງາມຄວາມດີ ໃນ​ມື້​ວັນ​ສຳ​ຄັນ​ດັ່ງ​ກ່​າວ ​ແຕ່​ສຳ​ລັບ​ປີ​ນີ້​ໃຫ້​ຈັດ​ຕາມ​ປະ​ເພ​ນີ​ພ​າຍ​ໃນ​ວັດ​ເທົ່າ​ນັ້ນ ເຊິ່ງ​ປີ​ນີ້​ກົງ​ກັບ​ວັນ​ທີ 6 ພຶດ​ສະ​ພາ 2020 ນີ້.

ເມື່ອວັນທີ 4 ພຶດສະພາທີ່ຜ່ານມາ ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ຂໍນະມັດ ສະການ ແຈ້ງການມາ ຍັງພຣະຫຼັກຄຳ ເຈົ້າຄະນະແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດດ້ວຍເຫດວ່າ ສະຖານະການໂຣກລະບາດ ໂຄວິດ-19 ຍັງບໍ່ທັນໄດ້ໝົດໄປເທື່ອ ຈຶ່ງໃຫ້ສືບຕໍ່ປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 06/ນຍ ລົງວັນທີ 29 ມີນາ 2020 ຈົນເຖິງວັນທີ 17 ພຶດສະພາ 2020.

ສືບເນື່ອງມາຈາກ ປັດຈຸບັນ, ຍັງຢູ່ໃນການເຝົ້າລະວັງ ປ້ອງກັນຮັກສາ ພະຍາດໂຄວິດ 19 ຢູ່, ຢ່າງໃດກໍຕາມ ເພື່ອໃຫ້ໄດ້ທັງຮີດຄອງປະເພນີ ແລະ ຈັດຕັ້ງປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີ ຈຶ່ງໃຫ້ມີການຈັດງານບຸນວັນວິສາຂະບູຊາ ພຽງເລັກນ້ອຍພາຍໃນວັດຂອງຕົນ ໂດຍໃຫ້ມີການຈັດຕັ້ງປະຕິບັດຄື: ປະດັບທຸງຊໍ່ທຸງໄຊ ທຸງສັບພັນນະຣັງສີ (ທຸງສາສະໜາ) ທຸງຊາດ ແລະ ໄຕ້ປະທີບ ທູບທຽນ ຕາມສົມຄວນ ເພື່ອບູຊາສັກກາຣະ ສະຫຼອງວັນວິສາຂະບູຊາ ຕາມຮີດຄອງປະເພນີ ທີ່ເຄີຍກະທຳມາແຕ່ບູຮານນະການ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: ຫ້ອງການບໍລິຫານງານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ