spot_img
Homeຂ່າວທ້ອງຖິ່ນ5 ໂຄງການໃຫຍ່ປ່ຽນໂສມນະຄອນໄກສອນ ພົມວິຫານ ໃຫ້ເປັນເມືອງໜ້າຢູ່ທີ່ສຸດໃນອານາຄົດ

5 ໂຄງການໃຫຍ່ປ່ຽນໂສມນະຄອນໄກສອນ ພົມວິຫານ ໃຫ້ເປັນເມືອງໜ້າຢູ່ທີ່ສຸດໃນອານາຄົດ

Published on

ທ່ານ ພົມມາ ວົງພະຈິດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ສະຫວັນນະເຂດ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາມ ໃນບໍ່ດົນມານີ້ວ່າ: ການພັດທະນາດັ່ງກ່າວລວມມີໂຄງການກໍ່ສ້າງປັບປຸງຮ່ອງລະບາຍນໍ້າເປື້ອນ ແລະ ຕິດຕັ້ງເຄື່ອງສູບນໍ້າ, ປັບປຸງ ແລະ ກໍ່ສ້າງຖະໜົນໄກສອນ ພົມວິຫານ, ກໍ່ສ້າງປັບປຸງຍົກລະດັບຖະໜົນ ຟ້າງຸ່ມ ແລະ ສວນສາທາລະນະ, ປັບປຸງສະໜາມກໍາຈັດຂີ້ເຫຍື້ອພ້ອມທັງສິ່ງອໍານວຍຄວາມສະດວກໃນການແຍກຂີ້ເຫຍື້ອ, ໂຮງງານຝຸ່ນໂບມ ແລະ ໂຄງການຕ້ານຕາຝັ່ງເຈື່ອນ.

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ສະຫວັນນະເຂດ ໄດ້ແຈ້ງໃຫ້ຮູ້ວ່າ: ທາງພະແນກກໍາລັງສຸມໃສ່ 5 ໂຄງການໃຫຍ່ເພື່ອພັດທະນາພື້ນຖານໂຄງລ່າງພາຍໃຕ້ໂຄງການສ້າງນະຄອນໄກສອນ ພົມວິຫານ ເປັນນະຄອນທີ່ໜ້າຢູ່.

ໂຄງການດັ່ງກ່າວແມ່ນໜຶ່ງໃນບັນດາໂຄງການທີ່ໄດ້ຮັບເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ, ເຊິ່ງມີມູນຄ່າການລົງທຶນຫຼາຍກວ່າ 4,5 ລ້ານໂດລາສະຫະລັດ. ປະຈຸບັນໂຄງການເຫຼົ່ານີ້ມີຄວາມຄືບໜ້າຫຼາຍກວ່າ 50% ແລະ ຄາດວ່າຈະສໍາເລັດການກໍ່ສ້າງໃນປີ 2021 ພາຍຫຼັງທີ່ເລີ່ມມາແຕ່ປີ 2013 ເຊິ່ງເປັນໂຄງການສ້າງ ນະຄອນໄກສອນ ພົມວິຫານ ເປັນນະຄອນ ທີ່ໜ້າຢູ່ໃນອະນາຄົດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...