spot_img
Homeລົດຍົນ-ຍານພາຫະນະ5 ເອກກະລັກສະເພາະໂຕທີ່ທ່ານຄວນຮູ້  ກ່ຽວກັບ All-New Nissan TERRA SUV

5 ເອກກະລັກສະເພາະໂຕທີ່ທ່ານຄວນຮູ້  ກ່ຽວກັບ All-New Nissan TERRA SUV

Published on

ນັບຕັ້ງແຕ່ເປີດໂຕລົດຄອບຄົວ All-New Nissan TERRA ແບບ (SUV), ອອບຊັ່ນເຕັມທີ່ມາພອ້ມ 7 ບອ່ນນັ່ງໂດຍ ບໍລິສັດຕັນຈອງມໍເຕີລາວ ຈຳກັດພຽງຜູ້ດຽວ, ຊື່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈອງ ມໍເຕີ ຈຳກັດຂອງປະເທດມາເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ

ນີ້ຄື 5 ເອກະລັກສະເພາະໂຕໂດດເດັ່່ນທີ່ທ່ານຄວນຮູ້ກຽ່ວກັບ the All-New Nissan TERRA SUV

https://gph.is/2RY7qYh

  1. ເອກກະລັກໂດດເດັ່ນອັນດັບທຳອິດ ແມ່ນການແຈ້ງເຕືອນເມື່ອລົດອອກນອກເລນ ດ້ວຍລະບົບ (LDW) ນີ້ຈະເຕືອນທ່ານແບບຈິງ (Real time) ດວ້ຍການສົ່ງສັນຍານແຈ້ງເຕືອນເວລາທ່ານເຄື່ອນອອກຈາກເລນຖະໜົນດວ້ຍເຕັກໂນໂລຢີ ທີ່ໃຫ້ຄວາມປອດໄພທາງຖະໜົນໄດ້ດີຂື້ນສຳລັບໂຕທ່ານເອງ ແລະ ສີ່ງທີ່ຢູ່ອອ້ມຂ້າງhttps://gph.is/2CV4SQs
  2. ລະບົບຕໍ່ໄປແມ່ນ: ໜ້າຈໍອັດສະລິຍະທີ່ມາພ້ອມກ້ອງ 360 ອົງສາ( Nissan’s Intelligent Around View Monitor ) ຫຼື (i-AVM) ໃຊ້ກອ້ງ4ໂຕຕິດຕັ້ງຮອບໂຕລົດເພືອໃຫ້ທ່ານໄດ້ເຫັນບໍລິເວນອອ້ມຮອບໂຕລົດແບບ 360 ອົງສາ ແລະ ຊວ່ຍທ່ານໃນການຈອດລົດ ຫລື ລົບຫລີກຈຸດທີ່ຄັບແຄບໂດຍສະເພາະຢ່າງຍິງເມືອທ່ານໄປຕາມເສັ້ນທາງທີ່ຂຸຄະ ຂຸມ.ລະບົບນີ້ແມ່ນຄັກຫລາຍເພາະວ່າທ່ານສາມາດເຫັນທຸກຢ່າງອອ້ມຮອບໂຕລົດຂອງທ່ານໃນຂະນະທີ່ນັ່ງຢູ່ທາງໃນຂອງລົດhttps://gph.is/2S21iP1
  3. ເອກະລັກທີ່ພົນເດັ່ນອີກອັນໜື່ງຂອງ NISSAN TERRAແມ່ນການກວດຈັບສີ່ງທີ່ກຳລັງເຄື່ອນໄຫວ ແບບ (MOD) ໃຊ້ກອ້ງ4ໂຕເຊັ່ນດຽວກັບທີ່ກວດຈັບການເຄື່ອໄຫວຂອງສີ່ງຂອງຕ່າງໆອອ້ມລົດເມືອລົດຢູ່ໃນໂມດທີ່ຈອດ, ເມື່ອເວລາທີ່ທ່ານເຜີລະບົບຈະເຕືອນທ່ານທັງສອງລະບົບດ້ວຍພາບ ແລະ ສຽງ ຄ້າຍກັບວ່າມັນມີພະລັງກວດຈັບພິເສດ.https://gph.is/2CVRGuC

4.ເອກກະລັກພິເສດນີ້ ແມ່ນມາພ້ອມກັບສຸດຍອດສິ່ງອຳນວຍຄວາມສະດວກເມື່ອທ່ານຫິ້ວເຄື່ອງຂອງຫລາຍສີ່ງຫລາຍຢ່າງຢູ່ໃນມື້ດວ້ຍຄຸນສົມບັດຂອງປະຕູດ້ານຫລັງທີ່ເປີດອັດຕະໂນມັດ Auto Tail Gate ພຽງແຕ່ທ່ານໃຊ້ຕີນແຕະເບົາໆໃສ່ກອ້ງກັນຊົນດ້ານຫຼັງ ມັນກໍ່ຈະເປີດຢ່າງອັດຕະໂນມັດ.

https://gph.is/2CWBqtv

5.ເອກກະລັກສະເພາະທີ່ໂດດເດັ່ນອັນດັບທີ່ 5 ຂອງ ນິສສັນ ເທີຣາ ຮຸ້ນໃໝ່ນີ້ ແມ່ນການປຽ່ນໂໝດຂັບເຄື່ອນແບບ Shift-On-The-Fly 4-Wheel Drive ຄືຈາກໂໝດ 2ລໍ້ເຂົ້າສູ່ໂໝດ 4ລໍ້ຈາກເສັ້ນທາງປົກກະຕິສູ່ສະພາບຖະໜົນວິບາກ, ແບບບໍ່ຕ້ອງຢຸດລົດໃນຄວາມໃວບໍ່ເກີນ100ກິໂລແມັດຕໍ່ຊົ່ວໂມງ.

ສີ່ງທີ່ເປັນເອກກະລັກທີ່ເດັ່ນໆຂອງNISSAN TERRA ແມ່ນຄວາມສູງຈາກພື້ນດິນສູ່ຖານ 225 ມມ ແລະ ຄວາມຍາວ 4,885 ມມ ຄວາມກວ້າງ 1.835 ມມ  ແລະ ຄວາມສູງທັງໝົດ 1,835 ມມ ,ມີທັງໜົດ 7 ບອ່ນນັ່ງ ເຊິ່ງເໝາະສົມກັບການໃຊ້ງານຕົວຈິງຂອງພູມມິພາກຂອງເຮົາ, ຊ່ວຍຫຼຸດຄວາມສ່ຽງຂອງຄວາມເສຍຫາຍຈາກຖະໜົນທີ່ບໍພຽງ, ຂຸຂະ ແລະ ການຂັບຂີ່ໃນບໍລິເວນເຂດນ້ຳຖວ້ມຂັງ.

ດວ້ຍເຫດນີ້ຈື່ງເໜາະກັບສະໂລເແກນທີ່ວ່າ “ NISSAN TERRA GO ANYWHERE “ ໄປໄດ້ທຸກທີ່ໄປໄດ້ທຸກບອ່ນທີ່ທ່ານຢາກຈະໄປ.

ລູກຄ້າທີ່ສົນໃຈ All New NISSAN TERRA ທ່ານສາມາດຈັບຈອງເລືອກສີໄດ້ແລ້ວມື້ນີ້ເຊີ່ງມີ ສີນ້ຳຕານ, ສີເທົາ, ສີທອງ, ສີແດງ, ສີດຳ, ສີຟ້າແກ່, ສີເງິນ ແລະ ສີຂາວມຸກ ໄດ້ທີ່ຫອ້ງຂາຍ ນິສສັນ ໃກ້ບ້ານທ່ານ ຫລື ງານສະແດງໂຊລົດໃກ້ບ້ານທ່ານ.

ສຳລັບຂໍ້ມູນເພີ່ມຕື່ມຂອງລົດຮຸ້ນອື່ນໆຂອງ ນິສສັນ ທ່ານສາມາດຄົ້ນຫາໄດ້ທີ່ http://www.nissan-lao.la ຫລືຕິດຕາມທາງ https://www.facebook.com/NissanLaos/

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...