spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ເຫດຜົນ ເປັນຫຍັງຕ້ອງກິນໂຢເກິດເປັນປະຈໍາ?

5 ເຫດຜົນ ເປັນຫຍັງຕ້ອງກິນໂຢເກິດເປັນປະຈໍາ?

Published on

ໂຢເກິດ ເປັນໜຶ່ງໃນເຄື່ອງດື່ມທີ່ດີຕໍ່ສຸຂະພາບຢ່າງໜຶ່ງຂອງມະນຸດ ໂດຍສາມາດທີ່ຈະກິນໄດ້ຫຼາຍເທົ່າໃດກໍໄດ້ ຫຼືອາດຈະລວມໄປຢູ່ໃນອາຫານທຸກມື້ກໍໄດ້ ຊຶ່ງນອກຈາກມັນມີລົດຊາດທີ່ດີແລ້ວ ຍັງມີປະໂຫຍດຕໍ່ສຸຂະພາບອີກດ້ວຍ.

  1. ໂຢເກິດສ້າງພູມຄຸ້ມກັນ: ໂຢເກີດເພີ່ມຄວາມສາມດຂອງພູມຄຸ້ນກັນຮ່າງກາຍ ແລະຊ່ວຍປ້ອງກັນ ຫຼືບັນເທົາອາການໄຂ້ຫວັດ, ພະຍາດລະບົບທາງເດີນຫາຍໃຈ, ພະຍາດໂລຫິດຈາງ, ພະຍາດໝາກໄຂ່ຫຼັງ, ຕັບ, ພະຍາດຫົວໃຈ ແລະບາດແຜໃນກະເພາະອາຫານໄດ້ເປັນຢ່າງດີ.
  2. ໂຢເກິດຊ່ວຍຫຼຸດນໍ້າໜັກໄດ້: ການກິນໂຢເກິດເປັນປະຈໍາ ສາມາດຊ່ວຍຫຼຸດນໍ້າໜັກສ່ວນເກີນ ແລະອາການເຈັບທ້ອງໄດ້ອີກ.
  3. ໂຢເກິດມີປະໂຫຍດຕໍ່ສຸຂະພາບຂອງຜູ້ຍິງຫຼາຍ: ຈາກງານວິໄຈໄດ້ສະແດງໃຫ້ເຫັນວ່າ ສຸຂະພາບຂອງຜູ້ຍິງທີ່ກິນໂຢເກິດເປັນປະຈໍາ ຈໍານວນ 4 ຈອກຕໍ່ອາທິດ ຈະຊ່ວຍເຮັດໃຫ້ຮ່າງກາຍຕ້ານທານຕໍ່ເຊື້ອລາ ແລະການຕິດເຊື້ອໃນຊ່ອງຄອດ ພ້ອມກັບຮັກສາສະພາບຄວາມເປັນກົດໃນຊ່ອງຄອດໃຫ້ອີກ.
  4. ໂຢເກິດຊ່ວຍກໍາຈັດກິ່ນປາກໄດ້: ດ້ວຍການກິນໂຢເກິດພຽງ 2 ຈອກຕໍ່ມື້.
  5. ໂຢເກິດຊ່ວຍບັນເທົາພະຍາດກະດູກພ່ອຍ: ໂຢເກິດນັ້ນອຸດົມໄປດ້ວຍແຄວຊຽມ ຊຶ່ງນັບວ່າເປັນສິ່ງສໍາຄັນຫຼາຍຕໍ່ການຈະເລີນເຕີບໂຕ ແລະພັດທະນາການຂອງກະດູກ ແລະຍັງສາມາດກິນເພື່ອປ້ອງກັນພະຍາດກະດູກພ່ອຍໄດ້ອີກ.

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...