spot_img
Homeຊີວິດແລະຄວາມຮັກ5 ເລື່ອງທີ່ຕ້ອງຮູ້ກ່ອນທີ່ຈະຕົກລົງຄົບຫາກັບຄົນເຄີຍຜ່ານການສ້າງຄອບຄົວມາແລ້ວ

5 ເລື່ອງທີ່ຕ້ອງຮູ້ກ່ອນທີ່ຈະຕົກລົງຄົບຫາກັບຄົນເຄີຍຜ່ານການສ້າງຄອບຄົວມາແລ້ວ

Published on

ຄວາມຮັກມັນເປັນເລື່ອງບໍ່ເຂົ້າໃຜອອກໃຜ ຍາກທີ່ຈະຄວບຄຸມ ມັນບໍ່ມີກົດເກນຕາຍຕົວທີ່ເຮົາຈະນຳມາໃຊ້ເປັນຫຼັກການໄດ້ ເພາະຄວາມຮັກນັ້ນມັນຂຶ້ນຢູ່ກັບໃຈ ທຸກຄົນມີຄວາມໄຝ່ຝັນຈາກພົບຄວາມຮັກທີ່ສົມບູນແບບ ຊາຍໜຸ່ມຢາກໄດ້ຍິງສາວທີ່ງົດງາມທັງກາຍໃຈ ແລະ ບໍລິສຸດມາເປັນຄູ່ຄອງ ແລະ ຝ່າຍຍິງເອງກໍ່ຕ້ອງການຄືກັນ ແຕ່ເມື່ອບຸເພສັນນິວາດໂຊກຊະຕາລິຂິດຄູ່ຄອງຂອງຕົນເປັນຄົນມີຕຳນິ ເມື່ອເວລານັ້ນມາຮອດ ທ່ານເອງຈະບໍ່ສາມາດໜີຄວາມຈິງທີ່ຕ້ອງພົບໄດ້ ແຕ່ ທຸກຢ່າງໃນໂລກນີ້ມັນບໍ່ແມ່ນແຕ່ຟ້າທີ່ກຳນົດ ໃຈເຮົາເອງຕ່າງຫາທີ່ເປັນຜູ່ກຳນົດ ວ່າຈະຄົບ ຫຼື ບໍ່ຄົບ ແຕ່ກ່ອນທີ່ຈະຄົບຫາ ຫຼື ສານສຳພັນກັບຄົນທີ່ເຄີຍຜ່ານການສ້າງຄອບຄົວມາແລ້ວ ເຮົາຕ້ອງຮູ້ເລື່ອງຫຼັກໆຢ່າງນ້ອຍ 5 ຂໍ້ຕໍ່ໄປນີ້

  1. ເຂົາເລີກກັນຕອນໃດເລີກກັນດົນແລ້ວບໍ່
  2. ເຫດຜົນທີ່ເລີກກັນ (ສົມມຸດວ່າເປັນຊາຍຕ້ອງເບິ່ງວ່າ “ເຂົາປະເມຍ ຫຼື ເມຍປະເຂົາ”)
  3. ກວດສອບສະຖານະຄວາມສຳພັນຂອງເຂົາໃຫ້ຊັດເຈນກ່ອນວ່າເລີກຂາດແລ້ວບໍ່ ຫຼື ຍັງມີການຕິດຕໍ່ກັບຄູ່ຮັກເກົ່າຢູ່
  4. ປະຫວັດໂດຍຫຍໍ້ຂອງເຂົາເປັນແນວໃດ ມີເລື່ອງໃດທີ່ເປັນດ້ານລົບ, ມີເລື່ອງໃດທີ່ເປັນດ້ານບວກ
  5. ຕົວເຮົາເອງນັ້ນລ່ະ ຖາມຕົວເອງວ່າຄິດດີແລ້ວບໍ່? ພ້ອມແລ້ວບໍ່? ຖ້າວັນຂ້າງໜ້າເກີດຫຍັງຂຶ້ນຈະອົດທົນໄດ້ບໍ່?

ຄິດດີໆຄ່ອຍຕັດສີນໃຈຄົບຫາຢ່າໃຈຮ້ອນດ່ວນຕັດສິນ ເພາະຖ້າພາດມາແລ້ວມັນເອົາຄືນບໍ່ໄດ້

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...