spot_img
Homeຂ່າວພາຍ​ໃນ5 ເມືອງໃນນະຄອນຫຼວງວຽງຈັນໃຫ້ບາງໂຮງຮຽນຢຸດການຮຽນການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ

5 ເມືອງໃນນະຄອນຫຼວງວຽງຈັນໃຫ້ບາງໂຮງຮຽນຢຸດການຮຽນການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ

Published on

ພະແນກສຶກສາທິການ ແລະ ກີລາ ໄດ້ແຈ້ງການໃນວັນທີ 11 ມັງກອນ 2021 ໃຫ້ບາງໂຮງຮຽນ ຢຸດການຮຽນການສອນ ແລະ ປ່ຽນເວລາຮຽນຊົ່ວຄາວ ໃນໄລຍະວັນທີ 13-15 ມັງກອນ 2021 ຢູ່ 5 ເມືອງ ໃນນະຄອນ ຫຼວງວຽງຈັນ: ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ໄຊທານີ ດັ່ງລາຍລະອຽດລຸ່ມນີ້:

1. ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຈັນທະບູລີ, ສີໂຄດຕະບອງ, ສີສັດຕະນາກ, ໄຊເສດຖາ ແລະ ເມືອງໄຊທານີ ໃຫ້ແຈ້ງບັນດາໂຮງຮຽນລ້ຽງເດັກ-ອະນຸບານ, ປະຖົມ, ມັດທະຍົມຕອນຕົ້ນ, ຕອນປາຍ ທັງພາກລັດແລະ ເອກະຊົນ ໃນຂອບເຂດເມືອງຂອງທ່ານປ່ຽນເວລາຮຽນຊົ່ວຄາວ 3 ວັນ. ແຕ່ວັນທີ 13-15 ມັງກອນ 2021 ຕອນເຊົ້າໃຫ້ເລີ່ມຮຽນເວລາ 9:00 ໂມງ, ຕອນແລງເລີກຮຽນເວລາ: 15:00 ໂມງ

2. ສໍາລັບໂຮງຮຽນທີ່ຢູ່ໃນຂອບເຂດລຽບເສັ້ນທາງໄກສອນພົມວິຫານ ແຕ່ວົງວຽນດອນໜູນ ຫາຫໍຄໍາແມ່ນໃຫ້ຄູອາຈານເອົາວຽກບ້ານ, ບົດຝຶກຫັດຕ່າງໆໃຫ້ນັກຮຽນຄົ້ນຄວ້າຢູ່ບ້ານໃນໄລຍະ 3 ວັນ. ແຕ່ວັນທີ 13-15 ມັງກອນ 2021 ຄື: ເມືອງ ຈັນທະບຸລີ: ໂຮງຮຽນ ມ.ສ ວຽງຈັນ, ມ.ສ ສິນໄຊ ແລະ ອະນຸ ບານດາລາ ເມືອງ ໄຊເສດຖາ: ໂຮງຮຽນ ມ.ສ ໜອງບອນ, ມ.ສ ຈັນສະຫວັນ, ມ.ສ ລາວ-ຫວຽດ ນາມ, ປະຖົມລາດຊະວົງ, ປະຖົມ ໂພນພະເນົາ, ມ.ຕ ເສກກະສັດ 2. ເມືອງ ໄຊທານີ: ໂຮງຮຽນ ມ.ສ ດອນໜູນ, ມ.ສ ວັນໃໝ່, ມ.ສ ມາລິນີ, ມ.ສ SOS, ປະຖົມໄຊສົມພອນ, ປະຖົມ ສິດທິສອນ, ປະຖົມ ຣິດຝິວ, ປະຖົມ ອ໋ອດສະກ້າ, ປະຖົມ ໂລໂກ້ສີຄໍາ.

ສຳລັບໂຮງຮຽນຊັ້ນປະຖົມທີ່ກໍາລັງຈັດການສອບເສັງພາກຮຽນ I ແລະ ຊັ້ນມັດທະຍົມທີ່ກໍາລັງຄົ້ນຄວ້າກຽມສອບເສັງພາກຮຽນ I ແມ່ນໃຫ້ເລື່ອນໄປສອບເສັງ ແລະ ຄົ້ນຄວ້າໃນວັນເວລາອື່ນທົດແທນ ເພື່ອໃຫ້ການຮຽນ-ການສອນຄົບຖ້ວນຕາມໂຄງການຫຼັກສູດ

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...