spot_img
Homeນານາສາລະ5 ເຄັບລັບດີໆ ຂອງອະພິມະຫາເສດຖີໂລກທີ່ທ່ານອາດບໍ່ທັນຮູ້

5 ເຄັບລັບດີໆ ຂອງອະພິມະຫາເສດຖີໂລກທີ່ທ່ານອາດບໍ່ທັນຮູ້

Published on

ອີງຕາມການລາຍງານຂອງສຳນັກງານ wealth-x ບອກເຄັດລັບດີໆຂອງອະພິມະຫາເສດຖີທົ່ວໂລກ ທີ່ແຕ່ລະຄົນມີສັບສົມບັດຫຼາຍກວ່າ 1 ພັນຫຼຽນສະຫະລັດໃນປີ 2015 ໂດຍແຍກປະເດັນຕ່າງໆທີ່ໜ້າສົນໃຈກ່ຽວກັບອະພິມະຫາເສດຖີໂລກໃນຫຼາຍແງ່ມູມ ບໍ່ວ່າເລື່ອງຂອງຈຳນວນທີ່ກະຈາຍຢູ່ແຕ່ລະພາກຂອງໂລກ ລະດັບການສຶກສາ, ຊີວິດຄອບຄົວ ຫຼືກິລາທີ່ມັກເປັນຕົ້ນ.

ຈຳນວນນວນຂອງອະພິມະຫາເສດຖີໂລກໃນປີ 2016 ມີຈຳນວນ 2,473 ຄົນ ເຊິ່ງເປັນຈຳນວນທີ່ຫຼວງຫຼາຍໂດຍທີ່ບໍ່ເຄີຍມີມາກ່ອນ, ໂດຍມີອັດຕາການເພີ່ມຂຶ້ນຂອງຈຳນວນຄົນທີ່ມີຊັບສົມບັດກາຍພັນລ້ານຫຼຽນສະຫະລັດ ຮອດ 6,4% ແລະມີມູນຄ່າລວມຂອງສັບສິນທັງໝົດເພີ່ມຂຶ້ນຮອດ 5,4% ຫຼືເທົ່າກັບ 7,7 ລ້ານຫຼຽນ.

ປະເດັນທີ່ສຳຄັນທີ່ໂດດເດັ່ນ ແລະໜ້າສົນໃຈທີ່ສຸດມີ 5 ເລື່ອງດັ່ງນີ້:

  1. ອະພິມະຫາເສດຖີໂລກ ລ້ວນແລ້ວແຕ່ແຕ່ງງານ ແລະມີລູກຫຼາຍຄົນ, ຮ້ອຍລະ 85 ແຕ່ງງານແລ້ວ, ຮ້ອຍລະ 7,2 ແມ່ນຮ້າງ, ຮ້ອຍລະ 4,4 ເປັນໝ້າຍ ແລະຮ້ອຍລະ 3,4 ຍັງໂສດ, ນອກຈາກນີ້ ສ່ວນຫຼາຍຈະມີຄອບຄົວທີ່ມີລູກຫຼາຍຄົນ ຫຼືມີລູກ 2-3 ຄົນ
  2. ລະດັບການສຶກສາຂອງແຕ່ລະຄົນກໍບໍ່ໄດ້ສູງສົ່ງຫຼາຍ ສ່ວນໃຫຍ່ ຫຼືຮ້ອຍລະ70,1 ຈົບການສຶກສາລະດັບປະລິນຍາຕີ, ຮ້ອຍລະ 22 ຈົບປະລິນຍາໂທ ແລະມີໜ້ອຍໜຶ່ງທີ່ຈົບ MBA ແລະຕໍ່ກວ່າຮ້ອຍລະ 10 ທີ່ຈົບປະລິນຍາເອກ ຫຼືດ໊ອກເຕີ
  3. ກິລາທີ່ພວກເຂົາມັກຫຼິ້ນແມ່ນແມ່ນ ເຕະບານ ຫຼາຍກວ່່າກ໊ອບ, ບາງຄົນກໍມັກເຮັດບຸນບໍລິຈາກເຄື່ອງເພື່ອການກຸສົນມີຈຳນວນກວ່າຮ້ອຍລະ 56 ຂະນະທີ່ຈຳນວນຫຼາຍກວ່າຮ້ອຍລະ 31 ມັກສິລະປະ, ຮ້ອຍລະ 28 ມັກແຟຊັ່ນ, ການເມືອງ
  4. ທະວີບອາຊີ ຈະມີຈຳນວນອະພິມະຫາເສດຖີຫຼາຍຂຶ້ນເລື້ອຍໆ, ທະວີບຢູໂຣບ ມີຈຳນວນ 806 ຄົນ, ອາຊີມີ 645 ຄົນແລະອາເມລິກາເໜືອ 628 ຄົນ, ແຕ່ຄິດວ່າໃນອີກບໍ່ຫຼາຍປີຕໍ່ໜ້ານີ້ ຈະມີຄວາມເປັນໄດ້ສູງຫຼາຍທີ່ທະວີບອາຊີຈະມີຈຳນວນອະພິມະຫາເສດຖີແຊງຫຼ້າທະວີບອື່ນ
  5. ອະພິມະຫາເສດຖີ 148 ຄົນມີສັບສົມບັດຄົນລະເກີນກວ່າ 10.000ລ້ານຫຼຽນ,​ຈຳນວນ 110 ຄົນທີ່ມີສັບສົມບັດຄົນລະ 10.000-000 ລ້ານຫຼຽນ, ຂະນະທີ່ 33 ຄົນມີສົມບັດ 25.000-50.000 ລ້ານຫຼຽນ ແລະມີ 5 ຄົນທີ່ມີສັບສິນຫຼາຍກວ່າ 50.000 ລ້ານຫຼຽນ ແລະເມກະຣິດ 5 ຄົນທີ່ມີສັບສິນລວມກັນຮອດ 323.000ລ້ານຫຼຽນ

ທີ່ມາ: thairath

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...