spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ5 ອາຫານທີ່ຄວນກິນຫລັງອອກກຳລັງກາຍ

5 ອາຫານທີ່ຄວນກິນຫລັງອອກກຳລັງກາຍ

Published on

598

ບາງ​ຄົນ​ອອກ​ກຳ​ລັງ​ກາຍ​ເກືອບ​ຕາຍ​ແຕ່​ມາ​​ຕາຍ​ກັບ​ເລື່ອງ​ອາຫານ​ການ​ກິນນອກ​ຈາກ​ການ​ອອກ​ກຳ​ລັງ​ກາຍ​ທີ່​ພໍ​ດີແລ້ວ​ອາຫານ​ຍັງ​ເປັນ​ເລື່ອງ​ສຳຄັນ​ລຳ​ດັບ​ຕົ້ນໆບໍ່ແມ່ນ​ອອກ​ກຳ​ລັງ​ກາຍ​ແລ້ວ​ກິນ​ຫຍັງ​ກໍ​ໄດ້​ຕາມ​ໃຈ​ປາກ​ຄວນ​ກິນ​ອາຫານ​ທີ່​ມີ​ປະໂຫຍດ​ແລະ​ຄົບ​ທັງ 5 ໝູ່​

ສຳລັບ​ມື້​ນີ້​​ມີ​ອາຫານ5ຢ່າງ​ທີ່​ຄວນ​ກິນ​ຫລັງ​ອອກ​ກຳ​ລັງ​ກາຍ​ມາ​ຝາກເພາະ​ຫລັງ​ຈາກອອກ​ກຳ​ລັງ​ກາຍ​ຮ່າງກາຍ​ຕ້ອງ​ການ​ບຳ​ລຸງ​ແລະ​ຊ້ອມ​ແຊມ​ສ່ວນ​ທີ່​ສູນເສຍພ້ອມ​ທັງ​ເສີມ​ສ້າງ​ກ້າມ​ຊີ້ນອາຫານ​ທີ່​ນໍາ​ມາ​ແນະ​ນຳ​ໃນ​ມື້​ນີ້​ຈະ​ມີ​ຫຍັງ​ແນ່

ประโยชน์ของกล้วย

ກ້ວຍ
ຫມາກໄມ້​ຫລາກຫລາຍ​ຄຸນ​ປະໂຫຍດ​ມີ​ຄຸນຄ່າ​ທາງ​ໂພສະນາ​ການ​ສູງອຸດົມ​ໄປ​ດ້ວຍໂປ​ຕີນ,ທາດ​ເຫລັກແລະ​ວິ​ຕາ​ມິນ​ເອທີ່​ສຳຄັນ​ຄາລ​ໂບ​ໄຮ​ເດ​ດ​ໃນ​ກ້ວຍ​ສາມາດ​ດູດ​ຊຶມ​ໄດ້​ວ່ອງໄວດັ່ງ​ນັ້ນ​ຖ້າກິນກ້ວຍ​ຫລັງ​ອອກ​ກຳ​ລັງ​ກາຍຈະ​ສາມາດ​ຊ່ວຍ​ສ້າງ​ກ້າມ​ຊີ້ນ​ແລະ​ຟື້ນ​ຟູ​ຮ່າງກາຍ​ໄດ້ດີ

tnews_1412920309_4429

ໄຂ່
ຮູ້​ຫລື​ບໍ່ໄຂ່1ໜ່ວຍ​ມີ​ໂປ​ຕີນ​ຄຸນນະພາບ​ດີ6ກຣາມແລະ​ກົດ​ອະ​ມິ​ໂນ​ສຳຄັນ​ອີກ9ຊະນິດໃຜ​ທີ່​ມັກ​ອອກ​ກຳ​ລັງ​ກາຍບໍ່​ຄວນ​ພາດ​ໄຂ່​ອາຫານ​ຫລາຍ​​ປະໂຫຍດ​ທີ່​ຫາ​ຊື້​ງ່າຍບໍ່​ຕ້ອງ​ແປກ​ໃຈ​​​ວ່າ​ເປັນຫຍັງ​ນັກ​ເພາະ​ກາຍ​ຫລື​ຄົົນທີ່​ມັກ​ອອກ​ກຳ​ລັງ​ກາຍ​ຈະ​ເລືອກ​ກິນ​ໄຂ່​ໄກ່​

598

ນົມ
ເຄື່ອງ​ດື່ມ​ທີ່​ເໝາະ​ສົມ​ທີ່ສຸດ​ໃນ​ການ​ຊ່ວຍ​ໃຫ້​ຮ່າງກາຍ​ຟື້ນ​ໂຕ​ຫລັງ​ການ​ອອກ​ກຳ​ລັງ​ກາຍ ເນື່ອງ​ຈາກ​ນົມ​ອຸດົມ​ໄປ​ດ້ວຍ​ໂປ​ແຕດ​ຊຽມ​ຊຶ່ງ​ຊ່ວຍ​ເລື່ອງ​ການ​ເຕັ້ນ​ຂອງ​ຫົວ​ໃຈແລະ​ການ​ສົ່ງ​ອອກ​ຊິ​ເຈນ​ໄປ​ລ້ຽງ​ສະຫມອງເຮັດໃຫ້​ກ້າມ​ຊີ້ນ​ຟື້ນ​ໂຕ​ໄດ້​ໄວ​ຂຶ້ນ

three fresh salmon pieces with lemons on a chopping board
three fresh salmon pieces with lemons on a chopping board

ປາແຊວ​ມ້ອນ
ອີກ​ໜຶ່ງ​ອາຫານ​ທີ່​ແຊບ​ແລະ​ຫລາຍ​ຄຸນ​ປະໂຫຍດແຊວ​ມອນ​ມີ​ປະໂຫຍດ​ຕໍ່​ສຸຂະພາບ​​ຫົວ​ໃຈ​ແລະ​ຫລອດ​ເລືອດນັກ​ວິ​ໄຈ​ໃນ​ອົດສະຕາລີ​ພົບ​ວ່ານັກ​ຂີ່ລົດຖີບ​ທີ່​ໄດ້ຮັບ​ໄຂ​ມັນ​ປາ​ແຊວ​ມອນ​ຕິດ​ຕໍ່​ກັນ​ເຖິງ8ອາທິດຈະ​ມີ​ອັດຕາ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ຊ້າ​ລົງ​ແລະ​ເກີດ​ອາການ​ຫອບ​ເມື່ອຍ​ໜ້ອຍ​ລົງ​ຂະນະ​ຂີ່ລົດຖີບ

048731097de322302aff7e52151c991d_XL

ນ້ຳ​
ສາມາດ​ດື່ມ​ໄດ້​ທັງ​ກ່ອນ​ແລະ​ຂະນະ​ອອກ​ກຳ​ລັງ​ກາຍເພາະ​ຈະ​ຊ່ວຍ​ໃຫ້​ອອກ​ກຳ​ລັງ​ກາຍ​ໄດ້​ດົນ​ຂຶ້ນສຳລັບ​ປະລິມານ​ນ້ຳ​ທີ່​ແນະ​ນຳ​ໃຫ້​ດື່ມ​ຫລັງ​ອອກ​ກຳ​ລັງ​ກາຍ​ກໍ​ຄື2-3ຈອກ​ນັ້ນ​ເອງ

ລອງ​ຫາ​ອາຫານ​ທີ່​ນຳ​ມາ​ແນະ​ນຳ​ເຫລົ່າ​ນີ້​ມາ​ກິນ​ເບິ່ງ​ຮ່າງກາຍ​ຈະ​ໄດ້​ແຂງ​ແຮງກ້າມ​ຊີ້ນ​ຟື້ນ​ໂຕໄດ້​ໄວ​ຂຶ້ນເສີມ​ສ້າງ​ປະໂຫຍດ​ໃຫ້​ແກ່​ຮ່າງກາຍ​ໄດ້​ເຕັມທີ່

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...