5 ສິ່ງທີ່ຜິວທ່ານຕ້ອງການໃນທຸກໆວັນ

fff

ສານຕໍ່ຕ້ານອະນຸມູນອິດສະຫລະ ເປັນຕົ້ນວິຕາມິນ A, C ແລະ E ທີ່ຈະຊ່ວຍຟື້ນຟູໃຫ້ຜິວເສາະໃສມີນໍ້າມີນວນ ຊຶ່ງສານຕໍ່ຕ້ານອະນຸມູນອິດສະຫລະເຫລົ່ານີ້ມີຢູ່ຢ່າງຫລວງຫລາຍໃນຜັກ ແລະ ໝາກໄມ້ຕ່າງໆ.

ການນວດບີບ ການບີບນວດຜິວຄ່ອຍໆໃນທຸກວັນ ຈະຊ່ວຍກະຕຸ້ນລະບົບການໝູນວຽນໃນຜິວໄດ້ ຂັ້ນຕອນນີ້ ທ່ານສາມາດກະທຳໄດ້ໃນຂະນະທາຄຣີມບຳລຸງຜິວ ໂດຍການນວດ ຫຼື ລູບໄລ້ເປັນວົງກົມໄປທົ່ວໃບໜ້າ.

ຄວາມຊຸ່ມຊື່ນ ຫລັງຈາກລ້າງໜ້າທຸກຄັ້ງ ທ່ານຄວນຕື່ມຄວາມຊຸ່ມຊື່ນດ້ວຍຜະລິດຕະພັນຊະນິດ ຄຣີມ ນໍ້າມັນ ຫຼື ໂລຊັ້ນ ເພາະຄວາມຊຸ່ມຊື່ນນອກຈາກຈະເຮັດໃຫ້ຜິວນິ້ມ ແລະ ມື່ນແລ້ວ ຍັງຊ່ວຍປົກປ້ອງຜິວຂອງທ່ານນຳ.

ນໍ້າ ທ່ານອາດຈະເຄີຍໄດ້ຍິນຄຳແນະນຳຈົນເຄີຍຫູແລ້ວວ່າຄວນດື່ມນໍ້າໃຫ້ຫລາຍໃນທຸກວັນ ເພາະວ່າ ການທີ່ເຮົາດື່ມນໍ້າບໍ່ພຽງພໍຈະເຮັດໃຫ້ຜິວເຮົາມີຄວາມໝົ່ນໝອງ ແລະ ບໍ່ມີຊີວິດຊີວາໄດ້.

ຄຣີມກັນແດດ ຄວາມຈິງແລ້ວ ຜິວເຮົາຕ້ອງການການປົກປ້ອງຈາກລັງສີ ຢູວີ ຈາກແສງແດດທຸກວັນ ສະນັ້ນ
ຄວນທາຄຣີມກັນແດດທີ່ມີຄ່າ SPF 30 ຕາມຜິວທີ່ເປົ່າແປນບໍ່ວ່າວັນນັ້ນຝົນຈະຕົກ ຫຼື ແດດຈະອອກກໍຕາມ.

 

ຂໍ້ມູນຈາກ http://www.vtetoday.la/