spot_img
Homeຄວາມງາມ5 ສິ່ງທີ່ຜິວທ່ານຕ້ອງການໃນທຸກໆວັນ

5 ສິ່ງທີ່ຜິວທ່ານຕ້ອງການໃນທຸກໆວັນ

Published on

timthumb

ສານຕໍ່ຕ້ານອະນຸມູນອິດສະຫລະ ເປັນຕົ້ນວິຕາມິນ A, C ແລະ E
ທີ່ຈະຊ່ວຍຟື້ນຟູໃຫ້ຜິວເສາະໃສມີນໍ້າມີນວນ ຊຶ່ງສານຕໍ່ຕ້ານອະນຸມູນ
ອິດສະຫລະເຫລົ່ານີ້ມີຢູ່ຢ່າງຫລວງຫລາຍໃນຜັກ ແລະ ໝາກໄມ້ຕ່າງໆ.

ການນວດບີບ ການບີບນວດຜິວຄ່ອຍໆໃນທຸກວັນ ຈະຊ່ວຍກະຕຸ້ນ
ລະບົບການໝູນວຽນໃນຜິວໄດ້ ຂັ້ນຕອນນີ້ ທ່ານສາມາດກະທຳໄດ້
ໃນຂະນະທາຄຣີມບຳລຸງຜິວ ໂດຍການນວດ ຫຼື ລູບໄລ້ເປັນວົງກົມ
ໄປທົ່ວໃບໜ້າ.

ຄວາມຊຸ່ມຊື່ນ ຫລັງຈາກລ້າງໜ້າທຸກຄັ້ງ ທ່ານຄວນຕື່ມຄວາມຊຸ່ມຊື່ນ
ດ້ວຍຜະລິດຕະພັນຊະນິດ ຄຣີມ ນໍ້າມັນ ຫຼື ໂລຊັ້ນ ເພາະຄວາມຊຸ່ມຊື່ນ
ນອກຈາກຈະເຮັດໃຫ້ຜິວນິ້ມ ແລະ ມື່ນແລ້ວ ຍັງຊ່ວຍປົກປ້ອງຜິວຂອງທ່ານນຳ.

ນໍ້າ ທ່ານອາດຈະເຄີຍໄດ້ຍິນຄຳແນະນຳຈົນເຄີຍຫູແລ້ວວ່າ
ຄວນດື່ມນໍ້າໃຫ້ຫລາຍໃນທຸກວັນ ເພາະວ່າ ການທີ່ເຮົາດື່ມນໍ້າບໍ່ພຽງພໍ
ຈະເຮັດໃຫ້ຜິວເຮົາມີຄວາມໝົ່ນໝອງ ແລະ ບໍ່ມີຊີວິດຊີວາໄດ້.

ຄຣີມກັນແດດ ຄວາມຈິງແລ້ວ ຜິວເຮົາຕ້ອງການ
ການປົກປ້ອງຈາກລັງສີ ຢູວີ ຈາກແສງແດດທຸກວັນ ສະນັ້ນ
ຄວນທາຄຣີມກັນແດດທີ່ມີຄ່າ SPF 30 ຕາມຜິວທີ່ເປົ່າແປນ
ບໍ່ວ່າວັນນັ້ນຝົນຈະຕົກ ຫຼື ແດດຈະອອກກໍຕາມ.

ທີ່ມາ:www.vientianemai.net

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...