spot_img
Homeຊີວິດແລະຄວາມຮັກ5 ສາເຫດສໍາຄັນ ທີ່ເຮັດໃຫ້ຄູ່ຮັກບໍ່ຢາກມີເຊັກສ໌ຮ່ວມກັນ

5 ສາເຫດສໍາຄັນ ທີ່ເຮັດໃຫ້ຄູ່ຮັກບໍ່ຢາກມີເຊັກສ໌ຮ່ວມກັນ

Published on

ເຊັກສ໌ ຖືວ່າເປັນເລື່ອງສຳຄັນຂອງຄູ່ຮັກ ແລະຍັງຊ່ວຍເສີມຄວາມຮັກ ຄວາມສຳພັນໄດ້ເປັນຢ່າງດີ, ແຕ່ຖ້າຫາກຄູ່ໃດຫາກມີສຸຂະພາບທີ່ສົມບູນ ແຕ່ຫາກຂາດການກະຕຸ້ນເລື່ອງເຊັກສ໌ ເຮົາມາເບິ່ງສາເຫດສຳຄັນ ທີ່ເຮັດໃຫ້ຄູ່ຮັກບໍ່ຢາກມີເຊັກສ໌ ເມື່ອເຮົາຮູ້ສາເຫດແລ້ວ ຈະໄດ້ຫາທາງແກ້ໄຂໄດ້ທັນທີ

    1. ຂາດການເອົາໃຈໃສ່: ການມີເຊັກສ໌ສຳລັບຄູ່ຮັກ ບໍ່ແມ່ນເປັນກິດຈະກຳທີ່ຜ່ານມາແລ້ວຜ່ານໄປ ຫາກເປັນການສະແດງຄວາມຮັກອີກແບບໜຶ່ງ ເຊິ່ງຫາກເຈົ້າຮັກ ແລະໃສ່ໃຈກັນຫຼາຍ ຮັບຮອງວ່າ ເລື່ອງເຊັກສ໌ບໍ່ຂາດຫາຍໄປ, ແຕ່ຖ້າວ່າທັງສອງຫາກເບື່ອໜ່າຍ ຫຼືບໍ່ສົນໃຈກັນກໍອາດເຮັດໃຫ້ທັງສອງ ບໍ່ຢກມີເຊັກສ໌ ຮ່ວມກັນໄດ້
    2. ຖືກປະຕິເສດຕະຫຼອດ: ການມີເຊັກສ໌ ຕ້ອງມາຈາກຄວາມເຕັມໃຈຂອງທັງສອງຝ່າຍ ເຊິ່ງຫາກຝ່າຍໃດຝ່າຍໜຶ່ງມີຄວາມຕ້ອງການຫຼາຍເກີນໄປ ກໍອາດເປັນພາລະຂອງອີກຝ່າຍ, ແຕ່ຖ້າຫາກຝ່າຍໜຶ່ງຫາກປະຕິເສດການມີເຊັກສ໌ ເກືອບທຸກເທື່ອ ກໍອາດເຮັດໃຫ້ເກີດຄວາມເບື່ອໜ່າຍໄດ້
    3. ຢູ່ນຳກັນຄືກັບນັກລົງທຶນຫຼາຍກວ່າຄູ່ຮັກ: ຄູ່ຮັກບາງຄົນ ເມື່ອແຕ່ງງານຢູ່ນຳກັນມາດົນນານ ກໍມັກຈະໃຊ້ຊີວິດຄູ່ແບບຕ່າງຄົນຕ່າງຢູ່ ຫຼືຢູ່ຮ່່ວມກັນເພາະມີເງື່ອນໄຂເຊັ່ນ: ເຮັດທຸລະກິດນຳກັນ, ມີລູກຕ້ອງຄອຍເບິ່ງແຍງນຳກັນ ເຊິ່ງມັນກໍບໍ່ແມ່ນວ່າທັງສອງໝົດຮັກກັນ ແຕ່ເພາະພາລະຄວາມຮັບຜິດຊອບອາດເຮັດໃຫ້ເຈົ້າບໍ່ມີເວລາໃຫ້ກັນ, ດັ່ງນັ້ນ ເຖິງແມ່ນວ່າ ຈະບໍ່ຄ່ອຍມີເວລາໃຫ້ກັນ ແຕ່ຖ້າມີເວລາວ່າງຍາມໃດຄວນເອົາໃຈໃສ່ເຊິ່ງກັນ ແລະກັນກໍ ເຮັດໃຫ້ຄວາມຮັກຍືນຍາວ ແລະມີເຊັກສ໌ຮ່ວມກັນໄດ້ໄດ້
    4. ແກ້ບັນຫາບໍ່ກົງຈຸດ: ເຈົ້າອາດຈະຮູ້ວ່າ ບັນຫາເກີດຈາກຫຍັງ ແຕ່ໜ້າເສຍດາຍທີ່ເຈົ້າອາດບໍ່ຈິງຈັງກັບການແກ້ໄຂັນຫາ ຫຼືແກ້ບັນຫາບໍ່ຖືກຈຸດເຊັ່ນ: ເມື່ອເຈົ້າກັບຄົນຮັກບໍ່ຄ່ອຍມີເຊັກສ໌ຮ່ວມກັນ ແລະປ່ອຍໂຕໃຫ້ໂຊມ ແຕ່ຄວນຫັນມາເບິ່ງແຍງໂຕເອງ ເພື່ອດຶງດູດໃຈຄົນຮັກ ຫຼືຫາກມີບັນຫາເລື່ອງສຸຂະພາບ ກໍຄວນເບິ່ງແຍງດ້ານການກິນ ແລະການອອກກຳລັງກາຍ ຖ້າຫາກເຈົ້າແກ້ໄຂບັນຫາຖືກຈຸດຈຸດເຮັດໃຫ້ຄວາມສຳພັນຂອງເຈົ້າກັບມາອີກຄັ້ງ
    5. ຂາດການກະຕຸ້ນ: ຄູ່ຮັກບາງຄູ່ອາດບໍ່ມີບັນຫາຫຍັງ ທັງເລື່ອງສຸຂະພາບ ທີ່ີຍັງນ້ອຍທັງຄູ່, ພຽງແຕ່ບໍ່ຮູ້ກັນການກະຕຸ້ນອີກຝ່າຍເຊັ່ນການສ້າງບັນຍາກາດທີ່ໂລແມນຕິກ, ການໄປກິນເຂົ້າຢູ່ຮ້ານອາຫານ, ຟິດຫຸ່ນໃຫ້ງາມ ແລ້ວກະຕຸ້ນໃຫ້ເຂົາມີອາລົມ.

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...