5 ວິໄນທີ່ເຮັດໃຫ້ທ່ານຫ່າງໄກຈາກເປັນໜີ້

ຫຼາຍຄົນກໍ່ຄົງຈະຮູ້ດີວ່າການທີ່ບໍ່ມີໜີ້ ເປັນສິ່ງທີ່ສະບາຍໃຈທີ່ສຸດ ເພາະການເປັນໜີ້ແມ່ນມີແຕ່ຈະເຮັດໃຫ້ກຸ້ມໃຈເປັນທຸກ ເມື່ອຍທັງກາຍທັງໃຈ, ເຮັດໃຫ້ຄອບຄົວ, ຄົນຮັກເກີດມີປາກສຽງກັນ ແລະ ອື່ນໆ ຄວາມຮູ້ສຶກແບບນີ້ຄົນມີໜີ້ຄືສິເຂົ້າໃຈດີ ເມື່ອເວລາທີ່ເຈົ້າໜີ້ມາທວງໜີ້ ໃນ ຄໍລຳ ສາລະໜ້າຮູ້ວັນນີ້ ເຮົາຈະພາທຸກທ່ານມາສ້າງວິໄນກັບການໃຊ້ຈ່າຍເງິນ ເພື່ອຫຼີກລ່ຽງການເປັນໜີ້ ແຕ່ຈະເຮັດແບບໃດນັ້ນເຮົາມາຮູ້ນຳກັນເລີຍ

1. ຮູ້ຈັກລາຍຮັບຂອງຕົວເອງໃນແຕ່ລະມື້ ແຕ່ລະເດືອນວ່າມີເທົ່າໃດ

2. ຕ້ອງມີແຜນການໃຊ້ຈ່າຍປະຈຳໃນແຕ່ລະມື້ ແຕ່ລະເດືອນ ແລະ ການແບ່ງເງິນໄວ້ສະສົມເພື່ອລາຍຈ່າຍສຸກເສີນ ແລະ ສ້າງອານາຄົດ

3. ໃສ່ໃຈລາຍລະອຽດຂອງລາຍຈ່າຍຕ່າງໆຂອງທ່ານ ເພາະເງິນຂອງທ່ານຈະຈ່າຍຫຍັງອອກໄປທ່ານຕ້ອງຮູ້ເຫດຜົນຂອງການຈ່າຍນັ້ນໆ

4. ຮູ້ຈັກຫັກຫ້າມໃຈໃນການຊື້ເຄື່ອງ ຢ່າໃຫ້ຄວາມຕ້ອງການຢູ່ເໜືອທຸກສິ່ງທຸກຢ່າງ ເພາະມັນຈະເຮັດໃຫ້ທ່ານເປັນໜີ້ໄດ້ງ່າຍຂຶ້ນ

5. ສ້າງວິໄນໃນການເຮັດຕາມແຜນລາຍຮັບ-ລາຍຈ່າຍທີ່ວາງໄວ້ໃຫ້ເປັນນິໃສ

ຂໍ້ມູນຈາກ: http://money.kapook.com/view152579.html
ຕິດຕາມນານາສາລະ ກົດໄລຄ໌ເລີຍ!