spot_img
Homeຄວາມງາມ5 ວິທີແກ້ຜິວໜ້າລອກໃນລະດູໜາວ ດ້ວຍສະໝຸນໄພໃກ້ຕົວດີ 100%

5 ວິທີແກ້ຜິວໜ້າລອກໃນລະດູໜາວ ດ້ວຍສະໝຸນໄພໃກ້ຕົວດີ 100%

Published on

ປັນຫາໜ້າລອກ, ໜ້າແຫ້ງ ມີສາເຫດມາຈາກຫຼາຍໆຢ່າງ ແຕ່ຫຼັກໆນັ້ນມາຈາກການທີ່ຜິວຂອງເຮົາຢູ່ໃນພາວະຂາດນໍ້າ ຈົນສົ່ງຜົນໃຫ້ຜິວມີສະພາບແຫ້ງ, ຂາດຄວາມຊຸ່ມຊື່ນ ເມື່ອເຊວຜິວຊັ້ນນອກເຊື່ອມສະພາບລົງ ສຸດທ້າຍຜິວໜ້າກໍຄ່ອຍໆລອກອອກໃນທີ່ສຸດ.

5 ສູດສະໝຸນໄພໃກ້ຕົວແກ້ປັນຫາໜ້າລອກ

ສູດທີ 1: ນໍ້າເຜີ້ງ ການພອກໜ້າດ້ວຍນໍ້າເຜີ້ງຈະຊ່ວຍບໍາລຸງຜິວໜ້າໃຫ້ນຸ່ນນວນ, ຊຸ່ມຊື່ນ ແຖມນໍ້າເຜີ້ງຍັງຊ່ວຍບໍາລຸງຮັກສາຜິວໜ້າແຫ້ງ, ແຕກ, ລອກ ໄດ້ອີກດ້ວຍ ຊຶ່ງມີວິທີງ່າຍໆ ພຽງແຕ່ເອົາໄຂ່ແດງ 1 ໜ່ວຍ ໄປປະສົມກັບນໍ້າເຜີ້ງ 1 ບ່ວງແກງ ຄົນໃຫ້ເຂົ້າກັນແລ້ວນໍາມາພອກໜ້າປະໄວ້ 10 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ.

ສູດທີ 2: ໃບເຕີຍຫອມ + ໃບບົວບົກ + ນໍ້າເຜີ້ງ ພຽງແຕ່ເອົາໃບເຕີຍຫອມໄປຄັ້ນເອົານໍ້າໃຫ້ໄດ້ 2 ບ່ວງ ຈາກນັ້ນກໍເອົາໃບບົວບົກໄປຄັ້ນໃຫ້ໄດ້ 1 ບ່ວງ ແລ້ວນໍາເອົາສ່ວນປະກອບທັ້ງສອງຢ່າງນີ້ປະສົມກັບນໍ້າເຜີ້ງປະມານ 2 ບ່ວງ ແລ້ວເອົາມາທາໜ້າປະໄວ້ປະມານ 15 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ.

ສູດທີ 3: ໝາກເລັ່ນໃຫຍ່ + ໝາກແຕງ + ນົມສົດ ເອົາສ່ວນປະສົມທັ້ງໝົດມາປັ່ນໃຫ້ເຂົ້າກັນ ຫຼັງຈາກນັ້ນກໍາເອົາມາພອກໜ້າປະໄວ້ 20 ນາທີ ແລ້ວລ້າງອອກດ້ວຍນໍ້າເຢັນ ຈະຊ່ວຍໃຫ້ຜິວກັບມານຸ່ນນວນຫຼາຍຂຶ້ນ.

ສູດທີ 4: ວ້ານຫາງແຂ້ ມາປອກເປືອກຈົນໄດ້ວຸ້ນ ຫຼືນໍ້າເມືອກໃສໆ ຈາກນັ້ນເອົາໄປລ້າງໃຫ້ສະອາດ ແລ້ວເອົາມາພອກໜ້າປະໄວ້ປະມານ 30 ນາທີ ວຸ້ນຈາກວ້ານຫາງແຂ້ຈະຊ່ວຍເພີ່ມຄວາມຊຸ່ມຊື່ນໃຫ້ກັບຜິວ ແລະຊ່ວຍຫຼຸດອາການຜິວລອກ ແລະຜິວແຫ້ງ.

ສູດທີ 5: ນົມສົດ ເອົານົມສົດທາບໍລິເວນຜິວທີ່ແຫ້ງລອກ ທາເປັນປະຈໍາທຸກມື້ ແລ້ວຜິວຈະຄ່ອຍໆເຊົາລອກ ແລະກັບມາຊຸ່ມຊື່ນ ແລະນຸ່ນນວນອີກຄັ້ງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...