spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້5 ຄົນຮ້າຍ ກໍ່ເຫດປຸ້ນຊັບ ແຕ່ໜີບໍ່ລອດ 2 ຄົນ

5 ຄົນຮ້າຍ ກໍ່ເຫດປຸ້ນຊັບ ແຕ່ໜີບໍ່ລອດ 2 ຄົນ

Published on

ໃນວັນທີ 20 ກຸມພາ 2018 ມີຄົນຮ້າຍຈໍານວນ 5 ຄົນ ຂັບຂີ່ລົດຕູ້ສະຕາແລັກໄປກໍ່ເຫດປຸ້ນຊັບ ໃນເຮືອນຂອງຄົນສັນຊາດຈີນ ຢູ່ໜ່ວຍ 32 ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຂະນະລົງມືປຸ້ນ ມີພົນລະເມືອງດີພົບເຫັນ ຈຶ່ງແຈ້ງເຈົ້າໜ້າທີ່ ປກສ ເຂົ້າຈັບຄົນຮ້າຍໄດ້ 2 ຄົນ ສ່ວນທີ່ເຫຼືອໄດ້ເອົາຕົວຫຼົບໜີໄປໄດ້.

ພັຕ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ໃນເວລາປະມານ 18:00 ໂມງ ຂອງວັນເກີດເຫດ ມີຄົນຮ້າຍເປັນຊາຍສະກັນ 5 ຄົນ ໄດ້ຂີ່ລົດຕູ້ສະຕາແລັກສີເທົາມາຈອດຢູ່ເຮືອນເຊົ່າຂອງ ທ້າວ ຫວັງຟູຢ້ຽນ ອາຍຸ 28 ປີ ສັນຊາດຈີນ. ເຊິ່ງເປັນເຮືອນ 4 ຊັ້ນ, ຊັ້ນ 1 ຂາຍເຄື່ອງ ສ່ວນຊັ້ນ 2,3 ແລະ 4 ເປັນບ່ອນພັກເຊົາ ໂດຍຄົນຮ້າຍ 4 ຄົນ ໄດ້ໃຊ້ພ້າອີໂຕ້ຄົນລະດວງ ແລະ 1 ຄົນ ມີປືນສັ້ນເປັນອາວຸດ ທັງໝົດໄດ້ສວມໝວກແງັບສີດໍາ, ໃສ່ຖົງມື ແລະ ໃສ່ຜ້າອັດປາກ ເພື່ອອໍາພາງຕົວ. ຈາກນັ້ນ, ກໍຂົ່ມຂູ່ຄົນໃນເຮືອນທັງໝົດ 6 ຄົນ ( ເຈົ້າຂອງເຮືອນ ແລະ ພະນັກງານ ) ບັງຄັບພາໄປຫ້ອງນອນ ແລະ ຫ້ອງເຮັດວຽກໃນແຕ່ລະຊັ້ນນາບຂູ່ໃຫ້ບອກລະຫັດຕູ້ເຊັບແລ້ວໄຂເອົາເງິນພ້ອມເອົາໂນດບຸກ 1 ໜ່ວຍ ແລະ ຢູເອັສບີ 1 ອັນ, ພາຍຫຼັງຄົນຮ້າຍໄດ້ຊັບສິນກໍໄດ້ເອົາສະກ໋ອດຂາວປິດປາກ ເອົາສາຍຢາງມັດມືເຈົ້າຂອງເຮືອນ ແລະ ພະນັກງານທັງໝົດລົງມາຂັງໄວ້ຢູ່ຫ້ອງນໍ້າຊັ້ນລຸ່ມຂອງເຮືອນ. ໃນຂະນະນັ້ນ, ມີພົນລະເມືອງດີກາຍມາພົບເຫັນເຫດການໜ້າສົງໄສ ຈຶ່ງແຈ້ງຕໍ່ອໍານາດການປົກຄອງບ້ານ ແລະ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງກວດກາເບິ່ງສະພາບເຮືອນຫຼັງດັ່ງກ່າວ ເຮັດໃຫ້ຄົນຮ້າຍຢ້ານກົວເອົາຕົວຫຼົບໜີ 3 ຄົນ ແລະ ຖືກຈັບໄດ້ 2 ຄົນ ພ້ອມຂອງກາງຈໍານວນໜຶ່ງ.

ຜ່ານການສືບສວນ-ສອບສວນ ໃນເບື້ອງຕົ້ນເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ຖືກຫາທັງສອງຄົນທີ່ຈັບຕົວໄດ້ ຊື່ທ້າວ ຍຸຍເຊຍເຊິງ ອາຍຸ 38 ປີ ກໍາມະກອນ ຢູ່ບ້ານຊຽງຊີ ເມືອງຕຸງຊຽງ ແຂວງຕຸງຊຽງ ແລະ ທ້າວ ເສີນກັງ ອາຍຸ 33 ປີ ຄ້າຂາຍຢູ່ ບ້ານຫຼີຖັງ ເມືອງຫຼິງອານ ແຂວງເຈິຈຽງ ສປ ຈີນ. ເຊິ່ງພວກກ່ຽວທັງສອງໄດ້ເຂົ້າ-ອອກປະເທດລາວ ຫຼາຍຄັ້ງມາພັກຢູ່ໂຮງແຮມແຫ່ງໜຶ່ງຢູ່ນະຄອນຫຼວງວຽງຈັນ ໃນມື້ກໍ່ເຫດຍອມຮັບວ່າໄດ້ມານໍາກັນ ທັງໝົດ 5 ຄົນ ແລະ ໄດ້ມີການປຶກສາຫາລືກັນວາງແຜນປຸ້ນເຮືອນຫຼັງດັ່ງກ່າວ ສ່ວນຄົນທີ່ຫຼົບໜີນັ້ນ ແມ່ນບໍ່ຮູ້ຊື່ກັນຍ້ອນມີຄົນແນະນໍາຕອນເຂົ້າພັກຢູ່ໂຮງແຮມ. ປັດຈຸບັນຄະດີດັ່ງກ່າວເຈົ້າໜ້າທີ່ກໍາລັງ ສືບສວນຢ່າງລະອຽດ ແລະ ເລັ່ງຕິດຕາມຕົວຜູ້ກໍ່ເຫດທີ່ເອົາຕົວຫຼົບໜີມາດຳເນີນຄະດີຕາມກົດໝາຍຕໍ່ໄປ.

 

ແຫລ່ງຂ່າວ: ໜັງສືພິມ ປກສ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...