spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ 4 ສາເຫດອາການ ອາຫານບໍ່ຍ່ອຍ

4 ສາເຫດອາການ ອາຫານບໍ່ຍ່ອຍ

Published on

1246-300x300

ອາການ ອາຫານ​ບໍ່​ຍ່ອຍ ເປັນ​ໜຶ່ງ​ໃນ​ອາການ​ທີ່​ຫລາຍໆ​ຄົນ​ອາດຈະ​ປະ​ສົບ​ບັນຫາ​ນີ້​ຢູ່ ເຈັບໆເຊົາໆ ໂດຍ​ບໍ່​ຮູ້​ວ່າ​ ຈະ​ແກ້​ແບບໃດ ເຊິ່ງ​ສ່ວນ​ໃຫຍ່​ອາການ ອາຫານ​ບໍ່​ຍ່ອຍ ເກີດ​ຈາກ​ພຶດຕິກຳ​ການ​ກິນ ພຶດຕິກຳ​ການ​ກິນ​ດັ່ງ​ກ່າວ​ມີ​ຫຍັງແນ່

  1. ກິນອາຫານແບບຟ້າວ ເຮັດໃຫ້​ນ້ຳ​ຍ່ອຍ​ຫລັ່ງ​ໄດ້​ໜ້ອຍ​ລົງ ລວມ​ເຖິງ​ເມື່ອ​ ຟ້າວກິນ​ຈຶ່ງ​ຫຍ້ຳ​ອາຫານ​ບໍ່​ລະອຽດ​ແລ້ວ​ກືນ​ທັນ​ທີ ເຮັດໃຫ້​ ເອນ​ໄຊ​ ໃນ​ນ້ຳ​ລາຍ​ຍ່ອຍ​ອາຫານ​ບໍ່​ທັນ
  2. ກິນ​ຫລາຍ​ເກີນ​ໄປ ເຮັດໃຫ້​ອາຫານ​ເຕັມ​ກະເພາະ​ອາຫານ ຈຶ່ງ​ເສຍ​ເວລາ​ຍ່ອຍ​ດົນ ແລະ ​ເຮັດໃຫ້​ເກີດ​ການ​ລົ້ນ​ຂອງ​ກົດ​ໃນ​ກະເພາະ​ອາ​ຫານ
  3. ກິນ​ຫມາກໄມ້​ຫລັງ​ຈາກ​ກິນ​ອາຫານ​ທີ່​ມີ​ໄຂ​ມັນ​ຫລາຍ ໂດຍ​ກະເພາະ​ອາຫານ​ຈະ​ໃຊ້​ເວລາ​ໃນ​ການ​ຍ່ອຍ​ໄຂ​ມັນ​ຊ້າ​ຫລາຍ ເຮັດໃຫ້​ຫມາກໄມ້​ທີ່​ກິນ​ເຂົ້າໄປ​ພາຍຫລັງ​ຄ້າງ​ຢູ່​ດົນ ຈົນ​ເລີ່ມ​ບູດ​ເນົ່າ​ກ່ອນ​ຈະ​ໄດ້​ຍ່ອຍ ຈຶ່ງ​ເຮັດໃຫ້​ເກີດ​ກາສ​ໃນ​ກະເພາະ​ອາຫານ ແລະ ​ມີ​ອາການ​ຈຸກ​ແໜ້ນ​ທ້ອງ​ຕາມ​ມາ

4.ດື່ມເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ​ແລະ​ແອວກໍຮໍ ​ເນື່ອງ​ຈາກ​ເຄື່ອງ​ດື່ມ​ດັ່ງ​ກ່າວ​ຈະໄປກະຕຸ້ນໃຫ້ກະເພາະອາຫານຫລັ່ງກົດອອກມາຫລາຍເກີນໄປ

ບົດຄວາມຫຼ້າສຸດ

ເຫດປະທ້ວງທີ່ຕີມໍເລສເຕ ນັກສຶກສາກວ່າ 2.000 ຄົນ ເຂົ້າປະທ້ວງລັດຖະບານ ຫຼັງອະນຸມັດແຜນການຈັດຊື້ລົດຫຼູລາຄາແພງ

ໃນວັນທີ 17/09/2025 ທີ່ຜ່ານມາ, ຈາກສຳນັກຂ່າວຈາກປະເທດຕີມໍ ເລສເຕ ລານງານວ່າ ມີເຫດການປະທ້ວງຈາກປະຊາຊົນຫຼາຍກວ່າ 2.000 ຄົນ ໃນນະຄອນຫຼວງດິລີ ປະເທດຕີມໍ ເລສເຕ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ ທັງໝົດມາເພື່ອປະທ້ວງແຜນການທີ່ໄດ້ຮັບອະນຸມັດເມື່ືອປີກ່ອນ...

ຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ແກ່ແຮງງານໃນອຸດສາຫະກຳຕັດຫຍິບຂອງກໍາປູເຈຍ ປັບຂຶ້ນຈາກ 208 ໂດລາ ເປັນ 210 ໂດລາ ຕໍ່ເດືອນ

ປະກາດ​ໃນ​ວັນ​ທີ 17 ກັນຍາ ຜ່ານມາ​ວ່າ, ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ໄດ້​ກຳນົດ​ຄ່າ​ແຮງງານ​ຂັ້ນ​ຕ່ຳ​ຕໍ່​ເດືອນ​ໃໝ່​ໃຫ້​ແກ່​ອຸດສາຫະກຳ​ຕັດຫຍິບ, ເກີບ ແລະ ສິນຄ້າ​ສຳລັບການເດີນທາງ ​ເປັນ...

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...