spot_img
Homeຂ່າວຕ່າງປະເທດ35 ປະເທດທົ່ວໂລກທີ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ

35 ປະເທດທົ່ວໂລກທີ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ

Published on

ອີງຕາມການລາຍງານຈາກ aljazeera ໂຄງການສັກຢາວັກຊີນປ້ອງກັນໂຄວິດ-19 ໄດ້ເລີ່ມຕົ້ນຂຶ້ນຮຽບຮ້ອຍແລ້ວໃນຫຼາຍປະເທດທົ່ວໂລກ ໂດຍມີຈຸດປະສົງເພື່ອຮັບມືກັບການລະບາດຄັ້ງໃຫຍ່ທີ່ສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1.7 ລ້ານຄົນ ແລະ ມີຜູ້ຕິດເຊື້ອໂຄວິດທົ່ວໂລກຫຼາຍກວ່າ 80 ລ້ານຄົນ.

ປັດຈຸບັນ, ມີ 35 ປະເທດທົ່ວໂລກທີ່ເລີ່ມຕົ້ນຊັກວັກຊີນໃຫ້ປະຊາຊົນເຊິ່ງມີລາຍຊື່ດັ່ງນີ້:

  1. ປະເທດສິງກະໂປ
  2. ປະເທດເບລາຣຸສ
  3. ປະເທດອາເຈນຕີນ່າ
  4. ປະເທດເບລຢ້ຽມ
  5. ປະເທດໂຄເອເຊຍ
  6. ປະເທດອັງກິດ
  7. ສະຫະລັດອາຣັບເອມິເຣດ
  8. ສະຫະລັດອາເມລິກາ
  9. ປະເທດການາດາ
  10. ປະເທດຊາອຸດິອາຣະເບຍ
  11. ປະເທດອິສຣາເອລ
  12. ປະເທດກາຕ້າ
  13. ປະເທດເມັກຊິໂກ
  14. ປະເທດເຊີເບຍ
  15. ປະເທດຄູເວດ
  16. ປະເທດຊີລີ
  17. ປະເທດຣັດເຊຍ
  18. ປະເເທດສະວິດເຊີແລນ
  19. ປະເທດຄອສຕາຣິກາ
  20. ປະເທດຮົງກາລີ
  21. ປະເທດເຢຍລະມັນ
  22. ປະເທດຝຣັ່ງ
  23. ປະເທດສະໂລວາເກຍ
  24. ປະເທດໂອມານ
  25. ສາ​ທາ​ລະ​ນະ​ລັດ​ເຊັກ
  26. ປະເທດອິຕາລີ
  27. ປະເທດໄຊປຣັສ
  28. ປະເທດສະເປນ
  29. ປະເທດເດນມາກ
  30. ປະເທດໂຣມາເນຍ
  31. ປະເທດໂປແລນ
  32. ປະເທດມອລຕາ
  33. ປະເທດຟິນແລນ
  34. ປະເທດກຣີຊ
  35. ປະເທດລາວ

ສປປ ລາວ ໄດ້ຮັບການຊ່ວຍເຫຼືອຢາວັກຊີນຕ້ານພະຍາດໂຄວິດ-19 ຈາກຕ່າງປະເທດຈະມາຮອດລາວໃນເດືອນເມສາ 2021 ນີ້ ຈະສາມາດໃຊ້ສັກຕ້ານພະຍາດນີ້ກວມປະມານ 20% ຂອງປະຊາກອນລາວທັງໝົດ. ໂດຍໃນໄລຍະທີ່ຜ່ານມາ ລາວເຮົາກໍ່ໄດ້ຮັບຢາວັກຊີນຕ້ານພະຍາດດັ່ງກ່າວແດ່ແລ້ວຈໍານວນໜຶ່ງ ແຕ່ມີຈໍານວນຈໍາກັດ ໂດຍໄດ້ສັກຢາດັ່ງກ່າວໃຫ້ບັນດາຜູ້ນໍາກ່ອນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...