spot_img
HomeBaby-ແມ່ແລະເດັກ3 ເລື່ອງຂອງລູກທີ່ບໍ່ຄວນນຳໄປເຜີຍແຜ່ລົງໂລກໂຊຊ້ຽວ

3 ເລື່ອງຂອງລູກທີ່ບໍ່ຄວນນຳໄປເຜີຍແຜ່ລົງໂລກໂຊຊ້ຽວ

Published on

ການໂພສຂໍ້ມູນຂອງລູກລົງໂລກໂຊຊ້ຽວມັນກໍ່ມີທັງດ້ານດີ ແລະ ດ້ານລົບ ເພາະມັນຂຶ້ນກັບສິ່ງທີ່ທ່ານໂພສລົງ ແຕ່ທີ່ສຳຄັນຄືຕ້ອງມີການຄັດເລືອກກ່ອນ ເພາະໂລກໂຊຊ້ຽວເປັນໂລກຂະໜາດກວ້າງໃຫຍ່ມີຜູ່ຄົນຫຼາກຫຼາຍຫຼິ້ນບາງຄົນເຮົາອາດຮູ້ຈັກດີ ບາງຄົນເຮົາອາດບໍ່ຮູ້ຈັກເລີຍ ຫຼື ບາງຄົນເຮົາກໍ່ອາດຈະຮູ້ຈັກແຕ່ໃນໂລກໂຊຊ້ຽວເທົ່ານັ້ນ ຄືກັບທີ່ເຮົາເຄີຍເຫັນໃນຂ່າວໃນໂລກໂຊຊ້ຽວມີທັງກຸ່ມຄົນດີ ແລະ ມີກຸ່ມຄົນບໍ່ດີນຳໃຊ້ເປັນຈຳນວນຫຼາຍ ດັ່ງນັ້ນກ່ອນຈະໂພສຫຍັງລົງໄປຕ້ອງລະວັງ ໃນຄໍລຳ ແມ່ ແລະ ລູກມື້ນີ້ ແອັດມິນເລີຍມີຄຳແນະນຳກ່ຽວກັບເລື່ອງນີ້ມາຝາກ

3 ເລື່ອງຂອງລູກທີ່ບໍ່ຄວນນຳໄປໂພສລົງໂລກໂຊຊ້ຽວ

  1. ຂໍ້ມູນສ່ວນຕົວຂອງລູກເຊັ່ນ: ລູກມັກກິນຫຍັງ, ລູກມັກສີຫຍັງ, ລູກຢາກໄດ້ຫຍັງ, ລູກຢາກໄປໃສ ແລະ ອື່ນໆ ບໍ່ຈຳເປັນຕ້ອງບັນລະຍາຍ ຫຼື ໂຊໃຫ້ໂລກຮູ້ນຳ
  2. ຢ່າບອກໂລເຄຊັ່ນຂອງໂຮງຮຽນ, ບ່ອນທີ່ພາລູກໄປຫຼິ້ນ ຫຼື ສະຖານທີ່ທີ່ລູກຈະໄປລົງໃນໂລກໂຊຊ້ຽວໃຫ້ໃຜຮູ້ນຳ
  3. ຢ່າໂພສຮູບ ຫຼື ຄລິບທີ່ເປັນຕາອາຍ, ບໍ່ເໝາະສົມຂອງລູກລົງໃນໂລກໂຊຊ້ຽວ ເຖິງແມ່ນວ່າມັນຈະເປັນເລື່ອງຕະລົກ ສຳລັບທ່ານ ແຕ່ຫາກມື້ໃດມື້ໜຶ່ງທີ່ຂໍ້ມູນເຫລົ່ານັ້ນຖືກຂຸດຂຶ້ນມາ ລູກຂອງທ່ານນັ້ນລະຈະໄດ້ຮັບຄວາມອັບອາຍ.

ນີ້ເປັນພຽງບາງສ່ວນທີ່ບໍ່ຄວນນຳໄປເຜີຍແຜ່ໃນໂລກໂຊຊ້ຽວເພາະມັນຈະນຳຄວາມອັບອາຍ, ໄພອັນຕະລາຍມາໃຫ້ລູກໂດຍບໍ່ຮູ້ຕົວ ປ້ອງກັນໄວ້ກ່ອນດີທີ່ສຸດ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...