spot_img
Homeຂ່າວຕ່າງປະເທດ​ປະ​ທາ​ນາ​ທິ​ບໍ​ດີຈີນ ຈະ​ເດີນ​ທາງ​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫລອງ ວັນ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ ຄົບ​ຮອບ 70 ປີ ຢູ່​ມົດ​ສະ​ກູ!

​ປະ​ທາ​ນາ​ທິ​ບໍ​ດີຈີນ ຈະ​ເດີນ​ທາງ​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫລອງ ວັນ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ ຄົບ​ຮອບ 70 ປີ ຢູ່​ມົດ​ສະ​ກູ!

Published on

558000005260601

ປະ​ທາ​ນາ​ທິ​ບໍ​ດີ ສິ ຈິ້ນ​ຜິງ ແຫ່ງ​ ສ.ປ ຈີນ ຈະ​ເດີນ​ທາງ​ໄປ​ຮ່ວມ​ພິ​ທິ​ສະ​ຫລອງ ວັນ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ ຄົບ​ຮອບ 70 ປີ ທີ່​ມົດ​ສະ​ກູ ປະ​ເທດ​ຣັດ​ເຊຍ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 4 ພຶດ​ສະ​ພາ​ຜ່ານ​ມາ​ນີ້ ໂດຍ​ອ້າງ​ຖະ​ແຫລງ​ການ​ຂອງ ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນວ່າ ພະ​ນະ​ທ່ານ ສີ ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງ ສ​.ປ ຈີນ ຈະ​ເດີນ​ທາງ​ຢ້ຽມ​ຢາມ​ຣັດ​ເຊຍ ຕາມ​ຄຳ​ເຊີນ​ຂອງ ພ​ະ​ນະ​ທ່ານ ວະ​ລາ​ດິ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ແຫ່ງຣັດ​ເຊຍ ໃນ​ລະ​ຫວ່າງວັນ​​ທີ 8 – 10 ພຶດ​ສະ​ພາ​ນີ້ ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ສະ​ຫລອງ​ຄົບ​ຮອບ 70 ປີ ວັນ​ໄຊ​ຊະ​ນະ​ເໜືອ​ຟາ​ຊິດ ເຊິ່ງ​ຈະ​ຈັດ​ຂຶ້ນ​ຢ່າງ​ຍິ່ງ​ໃຫຍ່ ທີ່​ສະ​ໜາມ​ແດງ ນະ​ຄອນ​ຫລວງ​ມົດ​ສະ​ກູ ໃນ​ມື້​ວັນ​ທີ 9 ພຶດ​ສະ​ພາ​ທີ່​ຈະ​ມາ​ເຖິງ​ນີ້.

ທັງ​ນີ້ ການ​ເດີນ​ທາງ​ເຂົ້າ​ຮ່ວມ​ໃນ​ພິ​ທີ​ດັ່ງ​ກ່າວຂອງ​ ປະ​ທາ​ນາ​ທິ​ບໍ​ດີ ສີ​ ຈິ້ນ​ຜິງ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ພັດ​ທະ​ນາ​ຄວາມ​ສຳ​ພັນ​ຮອບ​ດ້ານຢ່າງ​ແໜ້ນ​ແຟ້ນ ຂອງ​ສອງ​ມະ​ຫາ​ອຳ​ນາດ​ໃນ​ໄລ​ຍະໃໝ່​ຂອງ​ປະ​ຫວັດ​ສາດຈີນ ແລະ ຣັດ​ເຊຍ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...