spot_img
Homeຂ່າວຕ່າງປະເທດຜົວເມຍຍ່າຮ້າງ ຖືກຜົວຟ້ອງເອົາໄຕທີ່ເຄຍບໍລິຈາກໃຫ້ເມຍຄືນ

ຜົວເມຍຍ່າຮ້າງ ຖືກຜົວຟ້ອງເອົາໄຕທີ່ເຄຍບໍລິຈາກໃຫ້ເມຍຄືນ

Published on

ອີງຕາມສືjໄທລາຍງານໃນວັນທີ 21 ກຸມພາ 2024 ຜ່ານມາ, ກ່ຽວກັບເລື່ອງລາວໃນອະດີດ ຂອງຄູ່ຜົວເມຍຄູ່ໜຶ່ງທີ່ຍ່າຮ້າງກັນ ແລ້ວຝ່າຍຊາຍຟ້ອງຂໍໄຕຄືນ ໂດຍເລື່ອງລາວດັ່ງກ່າວເກີດຂຶ້ນຢູ່ທີ່ສະຫະລັດໃນປີ 1990, ດຣ ຣິຊາດ ບາດິສຕາ ໄດ້ແຕ່ງງານກັບ ນາງ ດໍເນວ ກາຍເປັນຄູຜົວເມຍ ແລະ ມີລູກດດ້ວຍກັຍ 3 ຄົນ ຈົນມາຮອດປີ 2001 ທາງຝັ່ງເມຍເກີດອາກາດປ່ວຍໜັກ ດຣ ຣິຊາດ ທີ່ເປັນຜົວຈຶ່ງຕັດສິນໃຈບໍລິຈາກໄຕຂອງຕົນເອງໃຫ້ກັບເມຍເພື່ອຊ່ວຍຊີວິດນາງເອົາໄວ້.

ແຕ່ເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນຫຼັງຈາກ 4 ປີຕໍ່ມາທັງຄູ່ມີປັນຫາກັນຈົນຮອດຂັ້ນຍ່າຮ້າງກັນ ແລ້ວເລື່ອງລາວກໍຮ້າຍແຮງລົງໄປອີກເມື່ອຝ່າຍຊາຍຕັດສິນໃຈຟ້ອງເມຍຕົນເອງ 1,5 ລ້ານໂດລາ ຫຼື ປະມານ 35 ຕື້ກີບ ເພື່ອຂໍໄຕໂຕເອງຄືນ.

ຢ່າງໃດກໍຕາມສານໄດ້ປັດຕົກຄຳຟ້ອງໄປ ເພາະອ້າງອິງຈາກຜູ້ຊ່ຽວຊານທາງການແພດ ຫາກເອົາໄຕອອກກໍຈະເຮັດໃຫ້ຜູ້ເປັນເມຍສ່ຽງເສຍຊີວິດໄດ້ ສານເລີຍເບິ່ງວ່າການຟ້ອງແບບນີ້ຄືເລື່ອງຜິດກົດໝາຍ ແລະ ຈະເປັນທາງດ້ານຝ່າຍຜົວເອງທີ່ຈະຖືກຄະດີແທນການພະຍາຍາມຟ້ອງເອົາໄຕຄືນຈຶ່ງສິ້ນສຸດລົງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...