spot_img
Homeຂ່າວຢາເສບຕິດຢາບ້າກາຍ 5 ເມັດ ຈຶ່ງຖືວ່າເປັນຜູ້ຄອບຄອງຢາເສບຕິດໃຫ້ໂທດທາງກົດໝາຍ

ຢາບ້າກາຍ 5 ເມັດ ຈຶ່ງຖືວ່າເປັນຜູ້ຄອບຄອງຢາເສບຕິດໃຫ້ໂທດທາງກົດໝາຍ

Published on

ເມື່ອບໍ່ດົນມານີ້, ສຳນັກຂ່າວໄທ ລາຍງານ ກ່ຽວກັບການພິຈາລະນາ ຄອບຄອງຢາບ້າ 5 ເມັດ ແມ່ນຈະບໍ່ຖືກຈັບດຳເນີນຄະດີ, ເຊິ່ງຕົວແທນຈາກສຳນັກງານຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດ (ປປສ) ກະຊວງຍຸຕິທຳ ກະຊວງສາທາລະນະສຸກ ແລະ ເຈົ້າໜ້າທີ່ຕຳຫຼວດໄທ ລວມເຖິງໜ່ວຍງານທີ່ກ່ຽວຂ້ອງໄດ້ປະຊຸມຫາລືກັນເລື່ອງການອອກປະກາດກຳນົດຈຳນວນຄອບຄອງເມັດຢາບ້າ ຄວນມີຈຳນວນຈັກເມັດຈຶ່ງຖືເປັນຜູ້ເສບ ແລະ ເຂົ້າຮັບການຮັກສາ.

ນາຍແພດ ກິດຕິສັກ ອັກສອນວົງ ຮັກສາການແທນຮອງປະລັດກະຊວງສາທາລະນະສຸກ ລະບຸວ່າ: ມະຕິໃນກອງປະຊຸມມີຄວາມຄິດເຫັນກົງກັນກຳນົດໃຫ້ຜູ້ຄອບຄອງຢາບ້າບໍ່ເກີນ 5 ເມັດ ໃຫ້ສັນນິຖານວ່າ ເປັນຜູ້ເສບທີ່ຕ້ອງເຂົ້າຮັບການບຳບັດດ້ວຍຄວາມສະມັກໃຈ ແຕ່ຖ້າເກີນ 5 ເມັດ ຖືວ່າເປັນຜູ້ຄອບຄອງຢາເສບຕິດໃຫ້ໂທດ ເຊິ່ງມີໂທດເທົ່າກັບການຈຳໜ່າຍ, ຜະລິດ ຫຼື ນຳເຂົ້າຢາເສບຕິດໃຫ້ໂທດ ແຕ່ຕ້ອງເບິ່ງພຶດຕິກຳຂອງຜູ້ຄອບຄອງຢາເສບຕິດພ້ອມວ່າເຂົ້າຂ່າຍເປັນຜູ້ຄ້າ ຫຼື ບໍ່?

ຂັ້ນຕອນຈາກນີ້ ຈະນຳມະຕິ​ທີ່ໄດ້ສະເໜີ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ​ແລະ ​ໄດ້​ອອກເປັນຮ່າງປະກາດກົດ​ກະຊວງ​ສາທາລະນະ​ສຸກ ກ່ອນ​ທີ່​ຈະ​ເຂົ້າ​ສູ່​ຂັ້ນ​ຕອນ​ປະຊາພິຈາລະນາ ແລະ​ ນໍາ​ສະ​ເໜີ​ຕໍ່ຄະນະລັດຖະມົນຕີຕໍ່ໄປ ເຊິ່ງຄາດວ່າຈະໃຊ້ເວລາໄລຍະໜຶ່ງ ເນື່ອງຈາກວ່າມີຫຼາຍຂັ້ນຕອນໃນຂະບວນການ.

ທາງດ້ານ ພົນຕຳຫຼວໂທ ສີຮີສັກ ຕັນຕິນວະໄຊ ຜູ້ບັງຄັບບັນຊາຕຳຫຼວດປາບປາມຢາເສບຕິດ (ຜບຊ.ປສ.) ສຳນັກງານຕຳຫຼວດແຫ່ງຊາດກ່າວວ່າ: ຕາມຫຼັກກົດໝາຍຈະແບ່ງຄວາມຜິດເປັນ 2 ປະເພດຄື: 1) ຜິດເລື່ອງຂອງການເສບ ຈະເສບໂດຍຕົງ ຫຼື ຄອບຄອງເພື່ອເສບ, 2) ຄວາມຜິດຮ້າຍແຮງໄດ້ແກ່ການຜະລິດ ນຳເຂົ້າສົ່ງອອກ ຈຳໜ່າຍ ແລະ ຄອບຄອງ ທີ່ໂທດເທົ່າກັນ. ດັງນັ້ນ, ບໍ່ວ່າຈະຄອບຄອງ ຫຼື ຈຳໜ່າຍຖານໂທດເທົ່າກັນ. ເຊິ່ງຜູ້ທີ່ມີບໍ່ເກີນ 5 ເມັດ ຈະສັນນິຖານວ່າ ເປັນຜູ້ເສບ ແຕ່ຖ້າໃນການສືບສວນມີພຶດຕິກຳໃນການລັກລອບຈຳໜ່າຍ ພຽງແຕ່ຄອບຄອງ 1 ເມັດ ກໍຈະຖືກດຳເນີນຄະດີຂໍ້ຫາຈຳໜ່າຍແຕ່ຫຼາຍກວ່າ 6 ເມັດ ຂຶ້ນໄປກໍເປັນຄວາມຜິດຄອບຄອງຢາເສບຕິດ.

ສ່ວນກໍລະນີຄອບຄອງບໍ່ເກີນ 5 ເມັດ ເປັນຜູ້ເສບຈະຕ້ອງເຂົ້າບຳບັດຮັກສາທັນທີ ຫຼື ຕາມສະໝັກໃຈ ແຕ່ຖ້າບໍ່ສະມັກໃຈ ກໍສາມາດນຳໄປດຳເນີນຄະດີໄດ້ໃນຂໍ້ຫາຄອບຄອງເພື່ອເສບ ຄືການເສບມີໂທດຕິດຄຸກບໍ່ເກີນ 1 ປີ ຫຼື ສານຈະຕັດສິນລົງໂທ ຫຼື ບໍ່ກໍໄດ້ບໍ່ເກີນ 1 ປີ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...