spot_img
Homeຂ່າວຕ່າງປະເທດເຈົ້າບ່າວສຸດເຊັງເຈີປະຕູເງິນປະຕູຄຳຫຼາຍ ເລີຍຫອບເງິນສິນສອດໜີງານແຕ່ງ

ເຈົ້າບ່າວສຸດເຊັງເຈີປະຕູເງິນປະຕູຄຳຫຼາຍ ເລີຍຫອບເງິນສິນສອດໜີງານແຕ່ງ

Published on

ສຳນັກຂ່າວໄທລາຍງານໃນວັນທີ 18 ກຸມພາ 2024 ຜ່ານມາ, ກ່ຽວກັບເລື່ອງທີ່ໄດ້ຮັບຄວາມໜ້າສົນໃຈຢູ່ໃນສື່ສັງຄົມອອນລາຍ ເມື່ອເຈົ້າບ່າວລາຍໜຶ່ງໄດ້ຖິ້ມງານແຕ່ງ ແລ້ວຫອບເອົາເງິນສິນສອດໜີ ເນື່ອງຈາກພາຍໃນງານແຕ່ງມີດ່ານປະຕູເງິນປະຕູຄຳຫຼາຍເກີນໄປຈຶ່ງເປັນສາເຫດທີ່ເຈົ້າບ່າວລົບໜີງານແຕ່ງ.

ຕາມການລາຍງານຂອງນ້ອງເຈົ້າສາວໄດ້ເລົ່າວ່າ: ເອື້ອຍຂອງນາງໄດ້ຈັດພິທີງານແຕ່ງ ແຕ່ສິ່ງທີ່ເປັນບັນຫາກໍຄື: ປະຕູເງິນປະຕູຄຳ ເຊິ່ງມີທັງໝົດ 13 ດ່ານໃນແຕ່ລະດ່ານກໍຈະເປັນໝູ່ເຈົ້າສາວ ແລະ ຍາດພີ່ນ້ອງ ຢ່າງໃດກໍຕາມເມື່ອເຈົ້າບ່າວມາຮອດດ່ານທີ 5 ເຈົ້າບ່າວໄດ້ເວົ້າວ່າ: ຖ້າຊິມາຢືນດັກກັນຂະນາດນີ້ ກູບໍ່ແຕ່ງແລ້ວ ເຊິ່ງບັນຍາກາດໃນຕອນນັ້ນຍັງເປັນຊ່ວງຝົນຕົກຄົນກໍເຂົ້າມາຢືນຫຼົບຝົນຢູ່ໃນເຕັ້ນແອັອດກັນຫຼາຍ ແລະ ຄາດວ່າຈະເປັນອີກໜຶ່ງສາເຫດທີ່ເຮັດໃຫ້ເຈົ້າບ່າວໃຈຮ້າຍ ຈາກນັ້ນກໍເລີຍຈັບເອົາກ່ອງເງິນສິນສອດ ແລະ ຖົງໃສ່ເງິນແລ້ວຫຼົບໜີ.

ສຳລັບຄວາມຄິດເຫັນຂອງຊາວເນັດບາງສ່ວນກໍເບິ່ງວ່າປະຕູເງິນປະຕູຄຳຫຼາຍເກີນໄປ, ບາງສ່ວນກໍເຫັນໃຈເຈົ້າສາວໂດຍເຫັນວ່າ ປະຕູເງິນປະຕູຄຳ 13 ດ່ານນັ້ນ ຖືເປັນເລື່ອງປົກກະຕິ ບາງທີອາດເປັນຍ້ອນເຈົ້າບ່າວບໍ່ຢາກແຕ່ງ ແຕ່ຫາທາງປະຕິເສດບໍ່ໄດ້ຈຶ່ງຕ້ອງເອົາເລື່ອງປະຕູເງິນປະຕູຄຳມາເປັນປະເດັນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...