spot_img
Home​ຂ່າວບັນເທິງຕົກຕະລຶງໝົດງານ! ເພາະກິ່ນບໍ່ພຶງປະສົງ

ຕົກຕະລຶງໝົດງານ! ເພາະກິ່ນບໍ່ພຶງປະສົງ

Published on

ພາກັນຕົກຕະລຶງໝົດງານ! ເມື່ອມີຄົນຫຼົງຖ່າຍໜັກກາງງານປະກາດລາງວັນແກ່ສິລະປິນເກົາຫຼີ (2024 Hanteo Music Awards) ທີ່ປະເທດເກົາຫຼີໃຕ້, ໃນວັນທີ 18 ກຸມພາ ທີ່ຜ່ານມາ, ພາໃຫ້ຜູ້ທີ່ຢູ່ໃນງານໄດ້ແກ່ບັນດາສິລະປິນ, ແຟນຄລັບ ແລະ ຜູ້ຈັດງານຕ່າງກໍພາກັນປິດດັງ,ປິດປາກ ແລະ ມີທ່າທີຮູ້ສຶກຢາກອາຈຽນໄປຕາມໆກັນ. ເຊິ່ງໃນງານດັ່ງກ່າວກໍມີສິລະປິນດັງຫຼາຍວົງເຂົ້າຮ່ວມເຊັ່ນ: NCT DREAM, AESPA, ATEEZ, ZEROBASEONE, KISS OF LIFE

Image

ກ່ຽວກັບເຫດການທີ່ເກີດຂຶ້ນໄດ້ມີລາຍງານວ່າ: ຜູ້ຊົມທີ່ຢືນຢູ່ແຖວໜ້າຕິດເວທີໄດ້ນັ່ງຖ່າຍໜັກ, ເຊິ່ງໃນບໍລິເວນນັ້ນເຕັມໄປດ້ວຍຜູ້ຄົນຢ່າງຫຼວງຫຼາຍ ແລະ ຫຼ້າສຸດມີຜູ້ໃຊ້ສື່ໂຊຊຽວມີເດຍທ່ານໜຶ່ງລະບຸວ່າ: ຜູ້ທີ່ກໍ່ເຫດດັ່ງກ່າວແມ່ນຕົນເອງ, ເຮັດໄປໂດຍບໍ່ໄດ້ຕັ້ງໃຈ, ຮູ້ສຶກຜິດທີ່ທຳລາຍບັນຍາກາດຂອງງານ ແລະ ພ້ອມຊົດໃຊ້ຄ່າເສຍຫາຍຫາກວ່າໄດ້ເຮັດໃຫ້ເສື້ອຜ້າຂອງຜູ້ໃດເປື້ອນ.ຕໍ່ກັບເຫດການທີ່ເກີດຂຶ້ນຫຼາຍຄົນກໍຕັ້ງຂໍ້ສັງເກດວ່າ ເຫດການນີ້ອາດເກີດຈາກຄວາມຕັ້ງໃຈກໍເປັນໄດ້, ເພາະຜູ້ກໍເຫດໄດ້ໂພສຄຳວ່າ ”ອຸດຈະລະ” ລົງໃນໂຊຊຽວມີເດຍຂອງລາວເມື່ອ 3 ມື້ກ່ອນງານ.

Image

ເຖິງຢ່າງໃດກໍຕາມ, ເຫດການທີ່ເກີດຂຶ້ນກໍກາຍເປັນເລື່ອງທີ່ຖືກເວົ້າເຖິງຢ່າງເປັນວົງກວ້າງໃນສື່ສັງຄົມອອນລາຍພາຍໃນປະເທດ ແລະ ຕ່າງປະເທດ, ເນື່ອງຈາກເປັນເຫດການທີ່ຊວນຕົກຕະລຶງ ແລະ ບໍ່ມີໃຜຄາດຄິດວ່າຈະເກີດຂຶ້ນ.

ຂ່າວ: Khaosod

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...