spot_img
Homeຂ່າວຕ່າງປະເທດແມ່ໃຈໂຫດ! ເອົາລູກນ້ອຍອາຍຸເດືອນປາຍເຂົ້າຕູ້ອົບຈົນເສຍຊີວິດ

ແມ່ໃຈໂຫດ! ເອົາລູກນ້ອຍອາຍຸເດືອນປາຍເຂົ້າຕູ້ອົບຈົນເສຍຊີວິດ

Published on

ໃນວັນທີ 15 ກຸມພາ 2024 ເວັບໄຊ້ຂ່າວຕ່າງປະເທດລາຍງານເຫດການສະເທືອນຂວັນ ໃນສະຫະລັດອາເມຣິກາ ເມື່ອມີແມ່ຄົນໜຶ່ງໃຈໂຫດຈັບລູກນ້ອຍ ທີ່ມີອາຍຸ ເດືອນປາຍຍັດເຂົ້າເຕົາອົບ (ໄມໂຄເວັບ) ໂດຍອ້າງວ່າ: ໃຊ້ນອນແທນເປ ຈົນເປັນເຫດໃຫ້ເດັກນ້ອຍເສຍຊີວິດ.

ຕາມການລາຍງານເບື້ອງຕົ້ນລະບຸວ່າ: ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າກວດສອບບ້ານຫຼັງດັ່ງກ່າວທີ່ອາໃສຢູ່ໃນເມືອງແຄນຊັດ ກ່ອນພົບເດັກນ້ອຍອາຍຸ ເດືອນປາຍ ຕາມຮ່າງກາຍມີຮອຍເຜົາໄໝ້ຮຸນແຮງ ອີກທັງຍັງບໍ່ຕອບສະໜອງ ຕໍ່ມາເຈົ້າໜ້າທີ່ໄດ້ຢືນຢັນວ່າເດັກນ້ອຍຄົນນີ້ເສຍຊີວິດແລ້ວ.

ທາງເຈົ້າໜ້າທີ່ໄດ້ລະບຸເພີ່ມເຕີມວ່າ: ສະພາບທີ່ພົບເສື້ອຜ້າເດັກນ້ອຍກາຍເປັນສີດຳ ແລະ ໄໝ້ຢູ່ໃນຜ້າອ້ອມ ນອກຈາກນີ້ຍັງພົບຜູ້ຫົ່ມທີ່ຖືກໄຟໄໜ້ຢູ່ຈຸດເກີດເຫດອີກດ້ວຍ.

ທາງດ້ານຄຳໃຫ້ການຂອງພະຍານໄດ້ເລົ່າວ່າ: ຜູ້ເປັນແມ່ຈະພາລູກໄປນອນ ແຕ່ແທນທີ່ຈະນຳເຂົ້າໄປນອນຢູ່ເປ ແຕ່ກັບພາໄປນອນທີ່ເຕົາອົບແທນ ເຊິ່ງເຫດການດັ່ງກ່າວຍັງບໍ່ຊາບເຖິງແຮງຈູງໃຈ ລວມເຖິງສະຖານະການອື່ນໆ ທີ່ກ່ຽວຂ້ອງກັບເຫດການດັ່ງກ່າວທີ່ຍັງບໍ່ທັນໄດ້ເປີດເຜີຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...