spot_img
Homeຂ່າວພາຍ​ໃນກຽມກໍ່ສ້າງໄຟສັນຍານຈະລາຈອນ 41 ຈຸດ ໃນນະຄອນຫຼວງວຽງຈັນ

ກຽມກໍ່ສ້າງໄຟສັນຍານຈະລາຈອນ 41 ຈຸດ ໃນນະຄອນຫຼວງວຽງຈັນ

Published on

ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດ ຮຸ້ນສ່ວນ Tapaco ຫວຽດນາມ ລົງນາມສັນຍາກໍ່ສ້າງໄຟສັນຍານຈະລາຈອນ 41 ຈຸດ ພາຍໃຕ້ ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ (ນວ) ໂດຍຈະໃຊ້ເວລາໃນການກໍສ້າງ 10 ເດືອນ ເຊິ່ງຈະໃຊ້ງົບປະມານເກືອບ 30 ຕື້ກີບ.

ການກໍ່ສ້າງດັ່ງກ່າວ ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ ຫຼື ADB ແລະ ລັດຖະບານລາວ ເຊິ່ງໜ້າວຽກຕົ້ນຕໍຂອງໂຄງການປະກອບມີການຕິດຕັ້ງໄຟສັນຍານຈະລາຈອນ 41 ຈຸດ ໃນຂອບເຂດໂຄງການ ແລະ ເຂດໃກ້ຄຽງ ໃນນີ້ມີລະບົບໄຟສັນຍານບູລິມະສິດ (Pre-emptive) ໃໝ່ 28 ຈຸດ ລະບົບໄຟສັນ ຍານປົກກະຕິ (Non-preemptive) ໃໝ່ 8 ຈຸດ ແລະ ເກົ່າ 5 (ອັບເດດ) ຕິດຕັ້ງອຸປະກອນຄວບ ຄຸມລະບົບ ຄຶື: ຕູ້ຄວບຄຸມ ເຄື່ອງ Magnetic Loop ໃສ່ພື້ນທາງ ຕິດຕັ້ງເສົາ ດອກໄຟ ສາຍໄຟ ແລະ ອື່ນໆ.

ເບື້ອງຕົ້ນບໍລິສັດຮັບເໝົາ ຕ້ອງໄດ້ສຳຫຼວດຄືນພື້ນທີ່ ແລະ ຈຸດທີ່ຈະກໍ່ສ້າງ ແລ້ວອອກແບບລາຍລະອຽດການກໍ່ສ້າງ ເພື່ອນຳສະເໜີໂຄງການຮັບຮອງພາຍໃນ 60 ວັນ ຫຼັງຈາກລົງນາມສັນຍາ ປັດຈຸບັນໄດ້ຮັບຜົນສຳເລັດຂະບວນການປະມູນ ຈັດຫາເອົາຜູ້ຮັບເໝົາກໍ່ສ້າງ ແລະ ຕິດຕັ້ງໄຟສັນຍານຈະລາຈອນຕາມການເຫັນດີຂອງຜູ້ໃຫ້ທຶນ ກໍຄື ADB ວັນທີ 5 ມັງກອນ 2024 ໃນມູນຄ່າ 1.382.696,36 ໂດລາສະຫະ ລັດ ຫຼື ປະມານ 28,55 ຕື້ກີບ (ລວມພາສີ-ອາກອນ).

ພິທີລົງນາມສັນຍາດັ່ງກ່າວ ຈັດຂຶ້ນວັນທີ 18 ມັງກອນ 2024 ຢູ່ໂຮງແຮມເມືອງແທັງ ເປັນການລົງນາມລະຫວ່າງ ທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ແລະ ທ່ານ ວູ ຮຸຍ ລອງ ປະທານບໍລິສັດ ຮຸ້ນສ່ວນ Tapaco ຫວຽດນາມ ມີທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...