spot_img
Homeຂ່າວພາຍ​ໃນໂຄງການກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ ຢູ່ ນວ ຈະໃຫ້ສຳເລັດໃນປີ 2024

ໂຄງການກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ ຢູ່ ນວ ຈະໃຫ້ສຳເລັດໃນປີ 2024

Published on

ລັດຖະບານ ໄດ້ກູ້ຢືມທຶນ 15 ລ້ານໂດລາ ຈາກທະນາຄານພັດທະນາອາຊີ (ADB), OPEC Fund, EIB, EU-AIF ແລະ GEF ເພື່ອກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ BRT ຢູ່ນະຄອນຫຼວງວຽງຈັນ (ນວ) ຄາດວ່າຈະໃຫ້ສໍາເລັດພາຍໃນຕົ້ນປີ 2024 ຊຶ່ງເສັ້ນທາງດັ່ງກ່າວ ເລີ່ມແຕ່ສວນເຈົ້າຟ້າງຸ່ມ ຫາ ປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດ.

ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງຍືນຍົງຕົວເມືອງ ນວ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການ ວ່າ: ໜ້າວຽກຕົ້ນຕໍໃນສັນຍາມີຄື ກໍ່ສ້າງຊ່ອງຈະລາຈອນລົດເມ BRT ດ້ວຍອາສຟານຄອນກຣີດປະສົມສີ, ກໍ່ສ້າງຊ່ອງຈະລາຈອນສຳລັບການສັນຈອນທົ່ວໄປ ແລະ ທາງຍ່າງທັງສອງເບື້ອງ ລວມໄລຍະທາງປະມານ 13 ກິໂລແມັດ, ໜ້າທາງມີຄວາມກວ້າງ ລະຫວ່າງ 12 ແມັດ ຫາ 25 ແມັດ ຕິດຕັ້ງໂຄງສ້າງເຫຼັກສະຖານີ BRT ທັງໝົດ 27 ຈຸດ; ໃນນີ້, ຕິດຕັ້ງຢູ່ແຄມທາງ 5 ຈຸດ ແລະ ກາງທາງອີກ 22 ຈຸດ.

ນອກນັ້ນ, ກໍ່ສ້າງຈຸດຈອດລົດເມ ຢູ່ນອກເຂດສະເພາະ BRT 46 ຈຸດ, ສ້າງສະຖານີໃຫຍ່ ຢູ່ຖະໜົນເສດຖາທິຣາດ ໄລຍະ 600 ແມັດ (ແຍກວັດອິນແປງ ຫາ ຮ້ານອາຫານຂອບໃຈເດີ). ເຊິ່ງໄລຍະນີ້, ຈະວາງສາຍໄຟຟ້າ, ສາຍສື່ສານລົງພື້ນດິນ ພ້ອມລະບົບລະບາຍນໍ້າ, ສາຍໃຍແກ້ວ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ, ເຊິ່ງການກໍ່ສ້າງຈະໃຊ້ເວລາທັງໝົດ 12 ເດືອນ.

ໂຄງການ ຈະພະຍາຍາມເຮັດວຽກໃຫ້ສໍາເລັດໃນເດືອນກໍລະກົດ 2024. ປັດຈຸບັນ, ກົມຂົນສົ່ງ ຍັງພວມປະມູນອີກ 1 ສັນຍາ ຄື: ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍາຈະລາຈອນ ເຊິ່ງມີຄວາມຄືບໜ້າ ຄາດວ່າຈະໄດ້ເຊັນສັນຍາໃນເດືອນທັນວາ 2023.

ແຫຼ່ງຂ່າວ: ຄວາມສະຫງົບ

ພາບ: ລົດເມນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...