spot_img
Homeປະເພນີ-ວັດທະນະທຳອົງການ UNESCO ​ປະກາດການຮັບຮອງ “ລາຍນາກ” ເປັນມໍລະດົກທາງວັດທະນະທຳ.

ອົງການ UNESCO ​ປະກາດການຮັບຮອງ “ລາຍນາກ” ເປັນມໍລະດົກທາງວັດທະນະທຳ.

Published on

ດັ່ງທີ່ຮູ້, ຜ້າລາຍນາກ ເປັນຜ້າທີ່ຢູ່ຄຽງຄູ່ກັບຄົນລາວມາຍາວນານ ແລະ ເປັນເອກະລັກຢ່າງໜຶ່ງຂອງແມ່ຍິງລາວໃນການນຸ່ງຖືເຊັ່ນ: ສິ້ນໄໝ, ຜ້າບ່ຽງ ເພື່ອສະແດງເຖິງວັດທະນະທຳອັນສວຍງາມ ແລະ ຊົງຄຸນຄ່າ.

ຫຼ້າສຸດ, ມີຂ່າວດີໃຫ້ຄົນລາວເຮົາຊື່ນໃຈ ໂດຍໃນວັນທີ​ 6 ທັນວາ​ 2023 ນີ້​, ອົງການ UNESCO ​ປະກາດການຮັບຮອງ “ລາຍນາກ” ໃນຜ້າພື້ນເມືອງຂອງ ສປປ ລາວ ເປັນມໍລະດົກທາງວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້.

ທັງນີ້, ຜ້າພຶ້ນເມືອງລາວ (ລາຍນາກ) ຍັງໄດ້ຖືກນຳໄປສະແດງເທິງເວທີການປະກວດສາກົນ ກໍຄື ເວທີນາງງາມຈັກກະວານ ຫຼື Miss Universe ທີ່ ປາເປົ້າ ໄພມະນີ Miss Universe Laos 2023 ໄດ້ນຸງສະແດງໃນຮອບຊຸດປະຈຳຊາດ ຜ່ານມາ.

ຖືວ່າເປັນຂ່າວດີສົ່ງທ້າຍປີຂອງລາວເຮົາ ເພາະຫຼາຍປະເທດກໍຈະຮູ້ຈັກລາວເພີ່ມຂຶ້ນ ກໍຄືວັດທະນາທຳອັນເກົ່າແກ່, ຮີດຄອງປະເພນີອັນດີງາມ ແລະ ສີໄມ້ລາຍມືຂອງຄົນລາວເຮົາທີ່ດີເລີດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...