spot_img
Homeຂ່າວທ້ອງຖິ່ນເສຍຊີວິດ 1 ຄົນດ້ວຍສາເຫດໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ

ເສຍຊີວິດ 1 ຄົນດ້ວຍສາເຫດໄຂ້ຍຸງລາຍ ຢູ່ນະຄອນຫຼວງວຽງຈັນ

Published on

ສູນຂ່າວສານການແພດສຸຂະສຶກສາ ລາຍງານໃຫ້ຮູ້ວ່າ: ມາຮອດປະຈຸບັນ, ມີຜູ້ປ່ວຍໄຂ້ຍຸງລາຍສະສົມແລ້ວ 33.738 ກໍລະນີ,​ ໃນ​ນັ້ນ ມີຜູ້ປ່ວຍໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 5.668 ກໍລະນີ ແລະ ມີຈຳນວນຜູ້ເສຍຊີວິດແລ້ວ 20 ຄົນ ໃນທົ່ວປະເທດ (ນະຄອນຫຼວງວຽງຈັນ 3 ຄົນ, ແຂວງຄໍາມ່ວນ 1 ຄົນ, ສະຫວັນນະເຂດ 2 ຄົນ, ບໍລິຄໍາໄຊ 5 ຄົນ, ວຽງຈັນ 3 ຄົນ, ໄຊຍະບູລີ 2 ຄົນ, ອຸດົມໄຊ 1 ຄົນ, ອັດຕະປຶ 2 ຄົນ ແລະ ເຊກອງ 1 ຄົນ).

ໃນນັ້ນ ເສຍຊິວິດໃໝ່ເພີ່ມຂື້ນ 1 ຄົນ ຢູ່ທີ່ ນະຄອນຫຼວງວຽງຈັນ ແລະ ມີຜູ້ຕິດເຊື້ອໃໝ່ ພຽງແຕ່ 21 ກໍລະນີ ໃນທົ່ວປະເທດ ໃນວັນທີ 18 ພະຈິກ 2023 ຜ່ານມານີ້
ພະຍາດໄຂ້ຍຸງລາຍ ເກີດຈາກເຊື້ອຈຸລະໂລກ ຫຼື ເຊື້ອໄວຣັສ ຕິດຕໍ່ໂດຍຍຸງລາຍ ຊຶ່ງມີອາການສະແດງ: ມີໄຂ້ສູງຕະຫຼອດ 2-7 ວັນ, ເຈັບຫົວ, ປວດຮາກ, ປວດເມື່ອຍຕາມ ກ້າມຊີ້ນ, ມີຜື່ນແດງທີ່ຜີວໜັງ, ມີຈຸດຊໍ້າເລືອດອອກ, ມີເລືອດອອກ ຕາມເຟັນແຂ້ວ, ຮາກອອກເລືອດ ຫຼື ຖ່າຍດໍາ, ບາງຄົນອາດຊ໋ອກ ໂຕເຢັນ ງ້ວງຊຶມ ໝົດສະຕິ ແລະ ອາດເສຍຊີວິດໄດ້.

ເພີ່ມ​ທະວີການຈັດ​ຕັ້ງ​ປະຕິບັດ​ຫລັກການ 5 ປ ຂອງ​ກະຊວງ​ສາທາລະນະ​ສຸກ ​ວາງ​ອອກຢ່າງ​ເຄັ່ງ​ຄັດ ຄື:
– ປ ປິດ (ປົກ​ປິດ​ພາ​ຊະ​ນະ​ທີ່​ກັກ​ເກັບ​ນ້ຳ​ທັງ​ໃນ ​ແລະ ນອກ​ເຮື​ອນບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່).
– ປ ປ່ຽນ (ປ່ຽນ​ນ້ຳໃນ​ພາ​ຊະ​ນະ​ທີ່​ກັກ​ເກັບ​ນ້ຳ ​ເຊັ່ນ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີ​ນຕູ້ ​ແລະ ອື່ນໆ).
– ປ ປ່ອຍ (ປ່​ອຍປາ​ຫາງ​ນົກຍຸງ​ກິນ​ໜອນ​ນ້ຳ).
– ປ ປັບປຸງ(ປັບປຸງ​ສິ່ງ​ແວດ​ລ້ອມ​ອ້ອມ ​ເຮືອນໃຫ້​ສະອາດ​ເປັນ​ປະຈຳ​ທຸກ​ອາທິດ).
– ປ ປະຕິບັດ ​ໃຫ້ເປັນນິໃສທຸກອາທິດ.

ທີ່ມາ: Lao Youth Radio

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...