spot_img
Homeຂ່າວພາຍ​ໃນໂຄງການລົງທຶນບໍ່ແຮ່ຢູ່ແຂວງຊຽງຂວາງ

ໂຄງການລົງທຶນບໍ່ແຮ່ຢູ່ແຂວງຊຽງຂວາງ

Published on

ໃນວັນທີ 20-21 ກໍລະກົດ 2023 ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ໄດ້ຈັດກອງປະຊຸມ ວຽກງານ ບໍ່ແຮ່ ໂດຍສະເພາະການລົງທືນວຽກງານບໍ່ແຮ່ ພາຍໃນແຂວງຊຽງຂວາງ ກອງປະຊຸມນີ້ ໂດຍການເປັນປະທານ ຂອງ ທ່ານ ຄຳໂສ້ ກູໂພຄຳ ຫົວໜ້າຫ້ອງການ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍການເປັນປະທານຮ່ວມຂອງທ່ານ ທອງເພັດ ຈັນທະວົງ ຮອງພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

ກອງປະຊຸມຍັງໄດ້ຮັບການລາຍງານກ່ຽວກັບ ໂຄງການລົງທຶນບໍ່ແຮ່ ຢູ່ແຂວງຊຽງຂວາງ ມີບໍລິສັດດຳເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ແລະ ແບບທົດລອງ ທັງໝົດ 54 ບໍລິສັດ, 55 ກິດຈະການ, ໃນນັ້ນ ໂຄງການທີ່ຂັ້ນສູນກາງອອກອະນຸຍາດແບບປົກ ກະຕິ ແລະ ແບບທົດລອງ ມີຈຳນວນ 17 ບໍລິສັດ 18 ກິດຈະການ, ໃນນັ້ນໂຄງການໄລຍະຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບປົກກະຕິ ມີ 3 ບໍລິສັດ (ໂຄງການແຮ່ຄຳ 1 ບໍລິສັດ, ໂຄງການແຮ່ຄຳ-ທອງ-ເຫຼັກ 1 ບໍລິສັດ ແລະ ໂຄງການແຮ່ເຫຼັກ 1 ບໍລິສັດ), ໂຄງການໄລຍະສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ມີ 4 ບໍລິສັດ (ໂຄງການແຮ່ຄຳ-ທອງ 1 ບໍລິສັດ, ໂຄງການແຮ່ທອງ 1 ບໍລິສັດ ແລະ ໂຄງການຖ່ານຫີນ 2 ບໍລິສັດ), ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ແບບທົດລອງ ມີ 10 ບໍລິສັດ (ໂຄງການຄໍາເຄົ້າ 1 ບໍລິສັດ, ໂຄງການແຮ່ຫາຍາກ 3 ບໍລິສັດ ແລະ ໂຄງການແຮ່ເຫຼັກ 6 ບໍລິສັດ) ແລະ ທ້ອງຖິ່ນອອກອະນຸຍາດມີຈໍານວນ 37 ບໍລິສັດ, 37 ກິດຈະການ.

ໂຄງການຂຸດຄົ້ນແຮ່ທາດ ທີ່ຂັ້ນສູນກາງອອກອະນຸຍາດ ແມ່ນໄດ້ມີການດໍາເນີນວຽກງານຢູ່ພາກສະໜາມເປັນປົກກະຕິ, ຜ່ານມາທາງກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ແມ່ນໄດ້ມີການປະເມີນຜົນຈັດປະເພດໂຄງການ ຊຶ່ງເຫັນວ່າ ຫຼາຍບໍລິສັດ ແມ່ນດໍາເນີນ ວຽກງານໄດ້ດີ, ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດ ແຕ່ປະສະຈາກບໍ່ໄດ້ ມີໂຄງການທີ່ເຄື່ອນໄຫວວຽກງານຍັງບໍ່ໄປຕາມແຜນການ, ສັນຍາ ແມ່ນໄດ້ກ່າວເຕືອນ ເພື່ອປັບປຸງ ຫຼື ແກ້ໄຂຂໍ້ບົກຜ່ອງ ເພື່ອໃຫ້ສອດຄ່ອງຕາມລະບຽບການ.

ສໍາລັບໂຄງການຂຸດຄົ້ນແຮ່ທາດແບບທົດລອງ ສ່ວນໃຫຍ່ບໍ່ມີບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂດຍສະເພາະແຜນການຂຸດຄົ້ນ, ປຸງແຕ່ງ, ຈໍາໜ່າຍ, ມາດຕະການປົກປັກຮັກສາສິ່ງແວດລ້ອມ ລວມທັງການປິດບໍ່ແຮ່.

ແຫຼ່ງຂ່າວ ສູນຂ່າວພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...