spot_img
Homeຂ່າວພາຍ​ໃນງານວາງສະແດງຮູບແຕ້ມວັດທະນະທຳລາວ ແລະ ສະຖານທີ່ທ່ຽວຕ່າງໆຂອງລາວ

ງານວາງສະແດງຮູບແຕ້ມວັດທະນະທຳລາວ ແລະ ສະຖານທີ່ທ່ຽວຕ່າງໆຂອງລາວ

Published on

ເປີດແລ້ວ ງານວາງສະແດງຮູບແຕ້ມ ທີ່ບົ່ງບອກຄວາມເປັນລາວ ຢູ່ຝາກຳແພງດ້ານນອກ ສູນອາເມລິກາທາດດຳ.

ໃນວັນທີ 24 ພຶດສະພາ 2023 ທີ່ຜ່ານມາ, ທາງສະຖານທູດສະຫະລັດອາເມຣິກາປະຈຳລາວ ໄດ້ຈັດພິທີເປີດງານວາງສະແດງຮູບແຕ້ມ ຈາກຜົນງານຂອງສີລະປິນລາວ ທີ່ບົ່ງບອກເຖິງຄວາມເປັນລາວ, ວັດທະນະທຳລາວ ແລະ ສະຖານທີ່ທ່ຽວຕ່າງໆຂອງລາວ ເຊິ່ງຮູບແຕ້ມແມ່ນຢູ່ຝາກຳແພງດ້ານນອກຂອງສູນອາເມຣິກາທາດດຳ ໂດຍຜົນງານກອງທຶນເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ເພື່ອສະແດງເຖິງການອະນຸລັກວັດທະນະທຳໃນໄລຍະ 20 ປີ.

ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ໄດ້ໃຫ້ສຳພາດວ່າ: ເມື່ອ 20 ປີທີ່ຜ່ານມາ, ແມ່ນມີໂຄງການຂອງສະຖານທູດທີ່ຊື່ວ່າ “ທຶນເອກອັກຄະລັດຖະທູດສະຫະລັດອາເມລິກາ” ເພື່ອການອະນຸລັກວັດທະນະທຳ ທີ່ໄດ້ຈັດຕັ້ງຢູ່ຫຼາຍປະເທດ ແລະ ໄດ້ເລີ່ມຈັດຕັ້ງໂຄງການຢູ່ລາວແຕ່ປີ 2001 ໂດຍໄດ້ໃຫ້ທຶນຊ່ວຍເຫຼືອບັນດານັກສີລະປິນບູລະນະຮັກສາບ່ອນທີ່ສຳຄັນທາງດ້ານວັດທະນະທຳຢູ່ແຕ່ລະແຂວງເຊັ່ນ: ແຂວງຫົວພັນ, ຫຼວງພະບາງ, ສະຫວັນນະເຂດ ແລະ ແຂວງອື່ນໆ.

ຈຸດປະສົງຂອງໂຄງການ ແມ່ນຢາກແນະນຳສະຖານທີ່ທ່ອງທ່ຽວທີ່ສຳຄັນໃນແຕ່ລະແຂວງຂອງລາວ ໃຫ້ບັນດານັກທ່ອງທ່ຽວຊາວຕ່າງປະເທດ ແລະ ຄົນລາວເຮົາໄດ້ຮັບຮູ້ເຖິງ ຄວາມງົດງາມ, ຄວາມຫຼາກຫຼາຍຂອງວັດທະນະທຳແຕ່ລະບ່ອນໃນລາວ ຜ່ານຜົນງານຮູບແຕ້ມໃສ່ຝາກຳແພງດ້ານນອກຂອງສູນອາເມຣິກາທາດດຳ ເພື່ອດຶງດູດໃຫ້ນັກທ່ອງທ່ຽວໄດ້ມີຄວາມສົນໃຈຢາກໄປສຳຜັດວັດທະນະທຳລາວໂຕຈິງຢູ່ແຕ່ລະແຂວງໃນລາວ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ບັນດາ​ພະ​ແນ​ກຖະ​ແຫຼ​ງຂ່າວວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ ​ແລະ ຫ້ອງການ​ມໍລະດົກ​ໂລກ​ທີ່​ກ່ຽວຂ້ອງ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕະຫຼອດ​ປີ.

ນອກຈາກນັ້ນ, ຍັງໄດ້ຂອບໃຈບັນດານັກສິລະປິນ ແລະ ນັກສຶກສາສິລະປະລາວ ທີ່ໄດ້ປະກອບສ່ວນອັນລໍ້າຄ່າໃຫ້ແກ່ໂຄງການ. ​ໃນ​ນັ້ນ​ມີ ອາ​ເລັກ ​ແລະ ສະມາຊິກ​ອື່ນໆ​ຂອງ “arts 2 win” , ຄະນະ​ນັກ​ສິລະ​ປະກອນ​ທີ່​ພົ້ນ​ເດັ່ນ, ອາຈານ ​ແລະ ນັກ​ສຶກສາ​ສະ​ຖາ​ບັນ​ວິຈິດ​ສິນ​ແຫ່ງ​ຊາດ, ທ່ານ ​ໄຊ ພອນ​ປະ​ເສີດ ​ທີ່ໄດ້​ເດີນທາງ​ມາ​ຈາກ​ນະຄອນ​ຫຼວງ​ພະ​ບາງ ​ເພື່ອ​ສະ​ແດງ​ສິລະ​ປະ​ຂອງ​ງານ​ວາງສະ​ແດງ​ສິລະ​ປະ​ຢູ່​ວັດ​ຫຼວງ​ພະ​ບາງ ​ແລະ ນັກສິລະປິນຈາກສະມາຄົມເພື່ອການອະນຸລັກ ແລະ ສົ່ງເສີມສິລະປະ ແລະ ວັນນະຄະດີ ທີ່ໄດ້ສະແດງຜົນງານຮູບແຕ້ມທີ່ໜ້າປະທັບໃຈ, ສວຍງາມ ແລະ ໜ້າຈົດຈຳ ທີ່ຝາກຳແພງຂອງສູນອາເມຣິກາໃນວຽງຈັນ ແລະ ຍັງຊີ້ໃຫ້ເຫັນເຖິງຄວາມພະຍາຍາມໃນການອະນຸລັກຕ່າງໆ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...