spot_img
Homeຂ່າວພາຍ​ໃນປຶກສາຫາລືແຜນຍຸດທະສາດຂ້າມຜ່ານອອກຈາກປະເທດດ້ອຍພັດທະນາຂອງ ສປປ ລາວ

ປຶກສາຫາລືແຜນຍຸດທະສາດຂ້າມຜ່ານອອກຈາກປະເທດດ້ອຍພັດທະນາຂອງ ສປປ ລາວ

Published on

ກະຊວງການຕ່າງປະເທດ ໃນນາມຈຸດປະສານງານເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ອົງການ ສປຊ ສໍາລັບປະເທດດ້ອຍພັດທະນາ (LDC) ຮ່ວມກັບ ຫ້ອງການຜູ້ປະສານງານ ອົງການສະຫະປະຊາຊາດ ປະຈໍາ ສປປ ລາວ (UNRCO) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ກັບ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບ ແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ ຂຶ້ນໃນວັນທີ 26 ພຶດສະພາ ນີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໂພໄຊ ໄຂຄໍາພິທູນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊັກເກັນເນັດສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອສືບຕໍ່ແລກປ່ຽນຄໍາຄິດຄຳເຫັນ ກ່ຽວກັບການຮ່າງແຜນຍຸດທະສາດດັ່ງກ່າວໃຫ້ມີຄວາມແທດເໝາະ ມີຈຸດສຸມສະເພາະ ສອດຄ່ອງກັບຄວາມຕ້ອງການທີ່ເປັນບຸລິມະສິດໃນການຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ກໍຄືທ່ວງທ່າໃນການພັດທະນາຕົວຈິງ ຂອງ ສປປ ລາວ ເພື່ອກະກຽມຄວາມພ້ອມໃນການອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ, ພ້ອມທັງເປັນໂອກາດສືບຕໍ່ເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບກັນກ່ຽວກັບຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ຢ່າງທົ່ວເຖິງ.

ສຳລັບເນື້ອໃນສຳຄັນຂອງຮ່າງຍຸດທະສາດ ດັ່ງກ່າວປະກອບມີ 4 ເສົາຄໍ້າບຸລິມະສິດຄື:

  1. ການສ້າງເສດຖະກິດມະຫາພາກໃຫ້ຄວາມສະຖຽນລະພາບ ແລະ ການເງິນທີ່ຍືນຍົງ;
  2. ການຄ້າ ແລະ ການລົງທຶນ;
  3. ການຫັນປ່ຽນໂຄງສ້າງທາງດ້ານເສດຖະກິດ;
  4. ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ, ລວມທັງ ກົນໄກການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນດັ່ງກ່າວ.

ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນວ່າ ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນຂອງອົງການ ສປຊ ສອງຄັ້ງຕິດຕໍ່ກັນ ໃນປີ 2018 ແລະ 2021 ເພື່ອຫຼຸດພົ້ນອອກຈາກສະຖານະພາບ LDC ມັນບໍ່ໄດ້ໝາຍຄວາມວ່າພາລະກິດໃນການລຶບລ້າງຄວາມທຸກຍາກຈະສິ້ນສຸດລົງ ແລະ ທຸກຄົນໃນຊາດຈະຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ຫາກເປັນການສ່ອງແສງໃຫ້ເຫັນເຖິງຜົນສຳເລັດທີ່ເປັນຂີດໝາຍສໍາຄັນທາງປະຫວັດສາດ ຂອງຂະບວນການພັດທະນາສ້າງສາປະເທດຊາດຂອງພວກເຮົາ. ສະນັ້ນ, ການສ້າງແຜນຍຸດທະສາດການຂ້າມຜ່ານຢ່າງໂລ່ງລ່ຽນ ແມ່ນມີຄວາມໝາຍຄວາມສໍາຄັນ ເພື່ອກະກຽມຄວາມພ້ອມທີ່ດີໃນດ້ານຕ່າງໆຂອງ ສປປ ລາວ ໃຫ້ສາມາດອອກຈາກສະຖານະພາບດ້ອຍພັດທະນາໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ແລະ ເພື່ອຮັບປະກັນບໍ່ໃຫ້ກັບຄືນມາຢູ່ໃນສະພາບເກົ່າ ໂດຍການກຳນົດບັນດາບຸລິມະສິດດ້ານຕ່າງໆ ແລະ ການສ້າງຄວາມອາດສາມາດ ແຕ່ນີ້ຮອດປີ 2026 ແລະ ພາຍຫຼັງປີ 2026 ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ ດ້ານການຄ້າ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການຮັບມືກັບໄພພິບັດທາງທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການພັດທະນາແບບຍືນຍົງ ຕາມທິດເຕີບໂຕສີຂຽວ ແລະ ການຫັນເປັນທັນສະໄໝໃນອະນາຄົດ.

ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ກ່າວອີກວ່າ: ເພື່ອບັນລຸເປົ້າໝາຍດັ່ງກ່າວ ມັນຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ, ທັງພາກລັດ, ພາກເອກະຊົນ, ຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕ້ອງສືບຕໍ່ຮັດແໜ້ນການຮ່ວມມື ປະສານງານ ແລະ ໃຫ້ການສະໜັບສະໜູນຊ່ວຍເຫຼືອທີ່ຈຳເປັນ ສຳລັບການຈັດຕັ້ງປະຕິບັດຍຸດທະສາດດັ່ງກ່າວ, ກໍຄືແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ຂອບການຮ່ວມມືອື່ນໆ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ລວມທັງການແກ້ໄຂບັນດາສິ່ງທ້າທາຍໃນໄລຍະຂ້າມຜ່ານຮອດປີ 2026.

ແຫຼ່ງຂ່າວ ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...