ພົບດາວເຄາະທີ່ຄ້າຍຄືໂລກ ຫ່າງກັນ 31 ປີແສງ

0
3949

ນັກດາລາສາດ ຄົ້ນພົບດາວເຄາະທີ່ຄ້າຍຄືກັບໂລກ ທີ່ເໝາະແກ່ການອາໄສຢູ່ຂອງສິ່ງທີ່ມີຊີວິດ ເຊິ່ງຫ່າງຈາກໂລກພຽງແຕ່ 31 ປີແສງ ອີກທັງຍັງມີຂະໜາດໃກ້ຄຽງກັບໂລກ ຕັ້ງຊື່ວ່າ “Wolf 1069 b”.

ທີມນັກດາລາສາດພົບ “ດາວເຄາະຄ້າຍຄືໂລກ” ດວງໃໝ່ ທີ່ເໝາະຕໍ່ການມີຊີວິດຢູ່ໃນຈັກກະວານໃກ້ຄຽງ ໂດຍຫ່າງຈາກໂລກເຮົາພຽງແຕ່ 31 ປີແສງ ຫຼື ປະມານ 2,99 ລ້ານລ້ານ ກິໂລແມັດ ເຊິ່ງເປັນໄລຍະທີ່ໃກ້ສຳລັບມາດຕະຖານການພົບດາວເຄາະຄ້າຍຄືໂລກໃນຈັກກະວານອັນໄກ ແລະ ໃນມື້ໜຶ່ງອາດສາມາດນຳໄປສູ່ການຄົ້ນຫາສັນຍານທີ່ເປັນໄປໄດ້ຂອງສິ່ງມີຊີວິດ.

ການພົບດາວເຄາະຄ້າຍຄືໂລກດວງໃໝ່ນີ້ ສ້າງຄວາມຕື່ນເຕັ້ນແກ່ບັນດານັກດາລາສາດຫຼາຍ ເພາະດາວເຄາະທີ່ຄ້າຍຄືໂລກດວງນີ້ ຍັງມີຂະໜາດເທົ່າກັບໂລກ ເຊິ່ງເປັນເລື່ອງທີ່ພົບໄດ້ຍາກ.

ແຫຼ່ງຂ່າວ sciencealert