spot_img
Homeຂ່າວທ້ອງຖິ່ນລົງຕິດຕາມເບິ່ງໂຄງການກໍ່ສ້າງເສັ້ນທາງເບຕົງບ້ານໂພນສະອາດ

ລົງຕິດຕາມເບິ່ງໂຄງການກໍ່ສ້າງເສັ້ນທາງເບຕົງບ້ານໂພນສະອາດ

Published on

ໃນຕອນເຊົ້າຂອງວັນທີ 19 ພະຈິກ 2022 ຜ່ານມາ, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ ລົງຕິດຕາມຊຸກຍູ້ເບິ່ງການກໍ່ສ້າງ ເສັ້ນທາງປູເບຕົງລະຫວ່າງສາມແຍກກອງບັນຊາການທະຫານແຂວງຫາທາງລົງວັດປ່າດົງອີໂຊບ້ານໂພນສະອາດ ນະຄອນໄກສອນ ພົມວິຫານ ຮ່ວມຕິດຕາມ ທ່ານເຈົ້ານະຄອນຄັ້ງນີ້ ມີທ່ານ ອະນຸຊາ ໄກສອນ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນ ,ມີຫ້ອງວ່າການແຂວງ,ທ່ານ ທອງຂັນ ດາລານຸວົງ ຜູ້ອຳນວຍການບໍລິສັດ ມຸກມະນີກໍ່ສ້າງຈຳກັດຜູ້ດຽວ,ໂດຍການຕ້ອນຮັບຂອງທ່ານ ສົມສະໜຸກ ນາຍບ້ານໆບ້ານໂພນສະອາດ ພ້ອມດ້ວຍຄະນະ.

ໂຄງການກໍ່ສ້າງເສັ້ນທາງປູເບຕົງລະຫວ່າງສາມແຍກກອງບັນຊາການທະຫານແຂວງຫາທາງລົງວັດປ່າດົງອີໂຊ ໄດ້ແບ່ງອອກເປັນສອງໄລຍະການກໍ່ສ້າງຄື:ໄລຍະທີ 1, ມີຄວາມຍາວ 600 ແມັດ ,ໜ້າທາງກວ້າງ 06 ແມັດ , ໜາ 18 ຊັງຕີແມັດ, ໂດຍແມ່ນບໍລິສັດ ມຸກມະນີກໍ່ສ້າງ ຈຳກັດຜູ້ດຽວ (ເປັນຜູ້ຮັບເໜົາການກໍ່ສ້າງທາງເບຕົງ)ແລະຈະໃຫ້ໄດ້ມາດຕະຖານເຕັກນິກ ຂອງຫ້ອງການ ຍທຂ ນະຄອນ ໄກສອນ ພົມວິຫານ ເພື່ອໃຫ້ໄດ້ ມີການພັດ ທະນາດ້ານພື້ນຖານ ໂຄງລ່າງຂອງບ້ານເປັນຕົ້ນກໍແມ່ນເສັ້ນທາງທ່ຽວໃຫ້ມີຄວາມສະດວກສະບາຍ, ສຳລັບທຶນຮອນເຂົ້າໃນການກໍ່ສ້າງແມ່ນໄດ້ຈາກຫຼາຍພາກສ່ວນຄື:ໄດ້ຈາກງົບປະມານຂອງແຂວງຟື້ນຟູສ້ອມແປງເສັ້ນທາງຈຳນວນ 1 ຕື້ກວ່າກີບ,ໄດ້ການປະກອບສ່ວນຂອງທ່ານເກຍ ອູ່ສິດທິເດດ ເຈົ້ຂອງໂຮງງານນໍ້າດື່ມນ້ຳກ້ອນປາໂລມາຄຳ ຈຳນວນ 100 ລ້ານກີບ ແລະໄດ້ປຸກລະດົມຂົນຂວາຍນຳພໍ່ແມ່ປະຊາຊົນພາຍໃນບ້ານມີສ່ວນຮ່ວມ ຈຳນວນ 300ລ້ານກີບ.

ໃນໂອກາດທີ່ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ ໄດ້ລົງມາຕິດຕາມເບິ່ງການ ກໍ່ສ້າງເສັ້ນທາງປູເບຕົງ ກໍ່ໄດ້ ຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ມີ ຄວາມຕັດສິນໃຈສູງມີຄວາມສາ ມັກຄີໜັກແໜ້ນ ໃນການພັດທະນາ ພ້ອມນັ້ນໃຫ້ອຳນາດການປົກ ຄອງທຸກຂັ້ນຕ້ອງໄດ້ເອົາໃຈໃສ່ ຕໍ່ການນຳພາຈັດຕັ້ງປະຕິບັດ ສ້າງຄວາມເຂົ້າໃຈອັນຖືກຕ້ອງໃຫ້ປະຊາຊົນ ແລະໃນນັ້ນ ທ່ານເຈົ້ານະຄອນ ກ່ໍຍັງໄດ້ເນັ້ນໜັກໃຫ້ບໍລິສັດຜູ້ຮັບເໜົາ ເອົາໃຈໃສ່ເບິ່ງ ຄືນຢ່າງລະອຽດໃນການກໍ່ສ້າງໃຫ້ໄດ້ຮັບປະກັນທົນທານນຳໃຊ້ໄດ້ຢ່າງຍາວນານ.

ແຫຼ່ງຂ່າວ: mediaLAOS

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...