spot_img
Homeຂ່າວພາຍ​ໃນງານມະຫະກຳກິລາແຫ່ງຊາດທ້າຍປີນີ້ ມີຄວາມພ້ອມ 100%

ງານມະຫະກຳກິລາແຫ່ງຊາດທ້າຍປີນີ້ ມີຄວາມພ້ອມ 100%

Published on

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ VI ແລະ ກອງປະຊຸມຫົວໜ້າຄະນະນໍາພານັກກິລາ ເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໄຂຂຶ້ນວັນທີ 3 ພະຈິກ 2022 ທີ່ຫ້ອງວ່າການປົກຄອງແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ແລະ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະທານຮ່ວມຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ມີທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ບັນດາເຈົ້າແຂວງ ຜູ້ຕາງໜ້າຈາກກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.​

ໂອກາດນີ້ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຊຽງຂວາງ ຮອງຫົວໜ້າກອງເລຂາຜູ້ປະຈໍາການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມໃນດ້ານຕ່າງໆໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໂດຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ແລະ ຄວາມພ້ອມດ້ານການຈັດຕັ້ງປະຕິບັດແຕ່ລະດ້ານ ເຊັ່ນ: ການບໍລິຫານການນໍາພາ ການປະສານງານຂອງກອງເລຂາ ວຽກຈັດກອງປະຊຸມ ເນື້ອໃນເອກະສານ ນິຕິກໍາ ແລະ ການຈັດຊື້ຈັດຈ້າງ ການຈັດກອງປະຊຸມລະດັບຕ່າງໆແມ່ນໄດ້ຈັດຕັ້ງປະຕິບັດປະສົບຜົນສໍາເລັດ ນອກນັ້ນ ວຽກໄອທີ ການອອກແບບບັດ ແລະ ການລົງທະບຽນໃຫ້ແກ່ຄະນະນໍາ ແລະ ນັກກິລາຈາກພາກສ່ວນຕ່າງໆ ແມ່ນໄດ້ດໍາເນີນປົກກະຕິ ສໍາລັບຄວາມພ້ອມຂອງສະໜາມແຂ່ງຂັນກິລາທຸກປະເພດ ມາຮອດປັດຈຸບັນ ແມ່ນມີຄວາມພ້ອມ 100% ສ່ວນສະຖານທີ່ພັກຂອງການນໍາ ແລະ ທີ່ພັກຂອງນັກກິລາ ກໍມີຄວາມພ້ອມ ສັງລວມແລ້ວ ມາຮອດປັດຈຸບັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບ ສາມາດເປີດໄດ້ຢ່າງເປັນທາງການຕາມວັນ ແລະ ເວລາທີ່ກໍານົດໄວ້.

ຂະນະດຽວກັນ ຜູ້ແທນເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງການລາຍງານຈາກຫົວໜ້າກໍາມະການຝ່າຍຕ່າງໆ ເຊັ່ນ: ການຈັດການແຂ່ງຂັນກິລາປະເພດຕ່າງໆຈາກກໍາມະການເຕັກນິກໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ຮັບຟັງການລາຍງານຄວາມພ້ອມກ້ອນກໍາລັງນັກສະແດງ ກ້ອນກໍາລັງເດີນສະໜາມ ພິທີເປີດ-ປິດ ການກະກຽມຈັດການແຂ່ງຂັນກິລາຄົນພິການທົ່ວປະເທດ ພ້ອມທັງຮັບຟັງການລາຍງານເອກະສານທີ່ສໍາຄັນອື່ນໆອີກຈໍານວນໜຶ່ງ ພ້ອມນັ້ນ ຜູ້ແທນເຂົ້າຮ່ວມຍັງໄດ້ຄົ້ນຄ້ວາປຶກສາຫາລື ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອໃຫ້ໄດ້ຂໍ້ສະຫຼຸບທີ່ເອກະພາບກັນ ແລະ ສຸດທ້າຍ ຈະໄດ້ຮັບຟັງການໂອ້ລົມ ປະກອບຄໍາຄິດຄໍາເຫັນຈາກການນໍາຂັ້ນແຂວງ ແລະ ຂັ້ນສູນກາງ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃນຕໍ່ໜ້າໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນລະຫວ່າງເດືອນທັນວາທີ່ຈະມາເຖິງນີ້ໃຫ້ໄດ້ຮັບຜົນດີ.

ແຫຼ່ງຂ່າວຈາກ Vientiane Mai

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...