spot_img
Homeຂ່າວຕ່າງປະເທດພໍ່ເຖົ້າອາຍຸ 84 ປີ ຮູ້ສຶກເສຍໃຈເມຍສອງຄົນໜີໄປແຕ່ງງານໃໝ່

ພໍ່ເຖົ້າອາຍຸ 84 ປີ ຮູ້ສຶກເສຍໃຈເມຍສອງຄົນໜີໄປແຕ່ງງານໃໝ່

Published on

ໃນວັນທີ 21 ກັນຍາ 2021 ທີ່ຜ່ານມາ ພໍ່ເຖົ້າ ປີເຕີ ໂອຍູກະ ອາຍຸ 84 ປີ ໄດ້ກັບຄືນມາເມືອງເກີດຂອງຕົນເອງທີ່ປະເທດເຄັນຍາ ຫຼັງຈາກຫ່າງຫາຍຈາກບ້ານເກີດໄປເຖິງ 47 ປີ ແລະ ກໍຕ້ອງພົບກັບຄວາມຜິດຫວັງເມື່ອເມຍທັງສອງຄົນຂອງເຂົາໄດ້ໜີໄປແຕ່ງງານໃໝ່ແລ້ວ.

ພໍ່ເຖົ້າຄົນດັ່ງກ່າວໄດ້ອອກຈາກເຮືອນຕັ້ງແຕ່ອາຍຸໄດ້ 37 ປີ ໂດຍອອກໄປຫາເງິນເພື່ອມາລ້ຽງດູເມຍທັງສອງຄົນ ແລະ ລູກອີກ 5 ຄົນ ໂດຍບໍ່ໄດ້ລະບຸລາຍລະອຽດວ່າຈະເດີນທາງໄປໃສ ແລະ ກັບມາຕອນໃດ. ຕະຫຼອດໄລຍະເວລາທີ່ຜ່ານພໍ່ເຖົ້າບໍ່ເຄີຍກັບມາຫາຄອບຄົວເລີຍ ຈົນສຸດທ້າຍເມຍທັງສອງຄົນບໍ່ຮູ້ວ່າຜົວຈະກັບມາຕອນໃດ ເລີຍຕັດສິນໃຈແຕ່ງງານສ້າງຄອບຄົວໃໝ່.

ເວລາຜ່ານໄປ 47 ປີ ພໍ່ເຖົ້າຄົນດັ່ງກ່າວໄດ້ກັບມາບ້ານເກີດ ຕະຫຼອດໄລຍະເວລາທີ່ຜ່ານມາສຸຂະພາບຂອງພໍ່ເຖົ້າກໍເລີ່ມຊຸດໂຊມລົງເຮັດໃຫ້ເງິນທີ່ຫາມາໄດ້ໝົດໄປກັບການປິ່ນປົວ. ພໍ່ເຖົ້າບອກວ່າ ເຖິງຈະຮູ້ສຶກດີທີ່ຄອບຄົວຍັງຕ້ອນຮັບເອົາເຂົາມາດູແລ ແຕ່ພາຍໃນໃຈແລ້ວກໍຮູ້ສຶກຜິດຫວັງທີ່ເມຍທັງສອງຄົນບໍ່ຍອມຖ້າເຂົາກັບມາ.

ແຫຼ່ງຂ່າວ: Khaosod 

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...